ນິທານ ຊຽງຫມ້ຽງ ເເລະ ນາງ ຜີ ກັ່ອງກັ່ອຍ

ຈົວໝ້ຽງ

Xieng Mieng
Typography
  • Smaller Small Medium Big Bigger
  • Default Helvetica Segoe Georgia Times

ຄວາມເປັນມາ ຂອງ ນິທານ ຜີ ກັ່ອງກັ່ອຍ
ຂພຈ ມັກເລົ່າ ນິທານ ຊຽງຫມ້ຽງ ເເລະ ນາງ ຜີ ກັ່ອງກັ່ອຍ ເເຕ່ ຄາວ ຍັງນ້ອຍ ຄືກັນ ກັບ ຫນຸ່ມລາວ ຣຸ່ນລາວ ຄາວດຽວກັນ ໂດຍ ທົ່ວໆ ໄປ ໂດຍ ສະເພາະ ເເລ້ວ ກໍ ເເມ່ນ ຢູ່ ໃນ ສມັຍ ກ່ອນ ປີ ໑໙໕໕ ອີງໃສ່ ຕາມ ການບອກເລົ່າ ຕໍ່ເນື່ອງກັນມາ ຜີ ກ່ອງກ່ອຍ ເປັນ ຜີ ພວກ ທະຫານ ເເກວ ເຝົ້າ ຂຸມເງິນ ຂຸມຄໍາ ຂອງ ເຈົ້າເເຜ່ນດິນ ວຽດນາມ ໃນ ສມັຍ ເກົ່າກ່ອນ ຄິດວ່າ ຄົງ ຢູ່ ໃນ

ສັຕວັດ ທີ ສິບຫ້າ ທີ່ ກົງກັນກັບ ສມັຍ ເເຫ່ງ ການດັບສູນ ຂອງ ຣາຊອານາຈັກ ຈາມ ເຈົ້າ ເເຜ່ນດິນ ເເກວ ໂລ ໄທ ໂຕ ມີ ການປະພຶດ ເເລະ ການ ບໍຣິຫານ ເເບບ ຕໍ່ລາມ ຜູ້ນໍາ ເເກວ ມັກ ການບຽດບຽນ ເເລະ ກົດຂີ່ຂົ່ມເຫັງ ຜູ້ນີ້ ໄດ້ ສົ່ງ ກອງກໍາລັງ ທະຫານ ເຂົ້າໄປ ຣຸກຣານ ປຸ້ນ ຮາວີ ເອົາ ຊັບສິນ ເງິນທອງ ຂອງ ນະຄອນ ຈາມ ຫລື ຈໍາປາ ເເລະ ຂອງ ພຣະຣາຊອານາຈັກ ລ້ານຊ້າງ ໃນ ປີ ໑໔໗໘ ( ກົງກັບ ຣັຊການ ພຣະເຈົ້າ ເເທ່ນຄໍາ ໑໔໔໘-໑໔໘໕ ຢູ່ ລ້ານຊ້າງ ) ຊັບສິນ ທີ່ ໄດ້ ປຸ້ນ ລັກ ເອົາມາ ໄດ້ ຖືກ ເກັບຝັງ ມ້ຽນໄວ້ ເປັນ ຢ່າງດີ ຄື ວ່າ ມີ ພວກ ກອງທະຫານ ພິເສດ ຫລື ພວກ ທີ່ ເຄີຍ ໄດ້ໄປ ຮ່ວມລັກ ຮ່ວມປຸ້ນ ຢູ່ ເມືອງ ຂເມນ ເເລະ ເມືອງ ລາວ ມາກ່ອນ ເເລ້ວ ນັ້ນ ເຝົ້າ ຮັກສາ ໄວ້ ຢ່າງ ລຶກລັບ ເເລະ ເຄັ່ງຄັດ ທີ່ສຸດ ສືບ ຕໍ່ໆ ກັນມາ ຫລາຍ ສມັຍ ພວກເຂົາ ໄດ້ຮັບ ຄໍາສັ່ງ ໃຫ້ ເຝົ້າ ຊັບສິນ ເງິນທອງ ເເເບບ ທີ່ ວ່າ « ຍອມເສັຽສລະ ມອບກາຍຖວາຍຕົວ ເຝົ້າຈົນຕາຍ ຕາຍເເລ້ວ ກໍ ໃຫ້ ເຝົ້າ ຕໍ່ »

5ea8ab5f0b96f4a62f7433bebf3aa37a original

ຕໍ່ມາ ບ້ານເມືອງ ເເກວ ກໍ ເກີດ ສັບສົນ ວຸ້ນວາຍ ຂຶ້ນ ຣະຫວ່າງ ປີ ໑໕໙໙ ຫາ ໑໗໘໘ ໂດຍ ສະເພາະ ເເລ້ວ ກໍ ເເມ່ນ ການຣົບຣາ ຂ້າຟັນກັນ ຣະຫວ່າງ ກຸ່ມ ພວກ ຕຣິນ ຢູ່ ທາງ ເຫນືອ ເເລະ ພວກ ຫວຽນ ຢູ່ ທາງ ພາກກາງ ສ່ວນວ່າ ບ່ອນ ເກັບມ້ຽນ ມໍຣະດົກ ນັ້ນ ກໍ ຖືກ ປ່ຽນ ທີ່ ເເລະ ຖືກ ເເຍກຍ້າຍ ອອກ ໄປ ຢູ່ ຫລາຍເເຫ່ງ ນອກນັ້ນອີກ ກໍ ຍັງມີ ການສໍ້ຣາດບັງຫລວງ ເເລະ ການປຸ້ນລັກ ຊັບສິນ ເງິນທອງ ຈາກ ພວກໂຈນ ນັ້ນໄປ ເທື່ອລະເລັກ ເທື່ອລະນ້ອຍ ຈົນເຖິງ ຂັ້ນ ທີ່ ຄວາມລັບ ກ່ຽວກັບ ຂຸມ ຊັບສິນເງິນທອງ ນັ້ນ ໄດ້ຫາຍສາບສູນ ໄປນໍາ ພວກ ກອງກໍາລັງ ເຝົ້າຍາມ ທີ່ ລົ້ມຫາຍຕາຍໄປ ຕາມ ຄວາມເລົ່າລື ກັນມາ ກໍ ໄດ້ຍິນ ວ່າ ພວກ ກອງທະຫານ ທີ່ ເຝົ້າ ຮັກສາ ໄຫເງິນ ໄຫຄໍາ ນັ້ນ ໄດ້ຕາຍໄປ ເປັນ ຜີ ກັ່ອງກັ່ອຍ ເເລະ ຍັງ ເຝົ້າ ຮັກສາ ມູນ ຊັບສົມບັດ ທີ່ ຕົນ ຂີ້ລັກ ມານັ້ນ ຢູ່ ຕໍ່ໄປ ກໍ ຍັງມີ ພວກນີ້ ມັນ ກໍ ຄື ຜີ ມີ ຮູບ ເຄິ່ງ ສັດປ່າ ເຄິ່ງ ຜີເຜດ ຈ່ອຍຜອມ ມີ ຂົນເເລບໆ ສີເເດງ ເຂັ້ມ ເເລະ ມີ ສີ ເຫລືອງ ສັບປົນ ຜີ ກັ່ອງກັ່ອຍ ເເກວ ເດີນ ຍ່າງໄປ ເເບບ ເອົາ ຫົວ ລົງດິນ ເອົາ ຕີນ ຂຶ້ນເທິງ ບໍ່ດັ່ງນັ້ນ ກໍ ສາມາດ ບິດຕີນ ເອົາ ສົ້ນຕີນ ເປັນ ປາຍຕີນ ເອົາ ປາຍຕີນ ເປັນ ສົ້ນນ່ອງ ໄດ້ ຍ້ອນ ຄວາມຕິດ ຄໍາສັ່ງ ເກີນເຂດ ເເລະ ຕິດ ການປຸ້ນລັກ ເກີນເຂດ ພວກມັນ ໄດ້ຖືກຕົກ ໄປ ໃຊ້ເວນ ໃຊ້ກັມ ຢູ່ ຊັ້ນ ເກືອບ ຕໍ່າສຸດ ຫລື ຊັ້ນ ທີ ສາມ ຂອງ ຊັ້ນ ກາມມະໂລກາ ນັ້ນເອງ

ທົບທວນ
ມະນຸດ ທີ່ ມີ ໂຊກ ສາມາດ ກ້າວ ໄປ ສູ່ ການຕື່ນ ເບີກບານ ໄດ້ ຢູ່ ຊັ້ນ ທີ ຫ້າ ເທວະດາ ຢູ່ ຊັ້ນ ທີ ຫົກ ເເລະ ຊັ້ນ ສູງສຸດ ຂອງ ພຣະພົມ ເເມ່ນ ຊັ້ນ ທີ ສາມສິບເອັດ ( ໓໑ ຊັ້ນ ໃນ ພຣະ ທັມມະຈັກ )

ບໍຣິເວນ ຫາກິນ ຂອງ ຜີ ກັ່ອງກັ່ອຍ ເເກວ ກໍ ບໍ່ ມີ ຫຍັງ ເເຕກຕ່າງເກົ່າ ກັບ ເມື່ອ ຕອນ ພວກມັນ ຍັງ ມີ ຊີວິດ ຢູ່ ເເລະ ບໍຣິເວນ ນີ້ ກໍ ໄດ້ເເກ່ ວຽດນາມ ຂເມນ ເເລະ ລາວ ເວົ້າຫຍໍ້ໆ ເເລ້ວ ກໍ ເເມ່ນ ບ່ອນ ທີ່ ພວກມັນ ເຄີຍ ໄປລັກ ເຄີຍ ໄປປຸ້ນ ເມື່ອຕອນ ຍັງ ມີ ຊີວິດ ຢູ່ ບ່ອນ ພວກມັນ ມັກເລາະ ຊອກຫາກິນ ຫລາຍທີ່ສຸດ ກໍ ເເມ່ນ ຢູ່ ໃນ ດິນລາວ ບ່ອນ ມີ ປ່າດົງ ພົງໄພ ມີ ນໍ້າຫ້ວຍ ມີ ຫນອງນໍ້າ ໃກ້ ກັບ ສາຍພູ ຕໍ່ ເເດນເເກວ ເຊັ່ນວ່າ ສາຍພູຫລວງ ທີ່ ເຮົາ ຮຽກ ຕາມ ຝຣັ່ງ ວ່າ ສາຍພູເເດນເເກວ ບ່ອນ ໄມ້ ລົ້ມເເບ່ງ ເເລະ ສ່ວນຫລາຍ ກໍ ເເມ່ນ ຢູ່ ທາງ ພາກ ເຫນືອ ກາງ ເເລະ ໃຕ້ ຄົນລາວ ທີ່ ໄປຊອກ ໂຫ່ເນື້ອ ໄປຫາປາ ກໍ ພາກັນ ເລົ່າ ສູ່ ໄທບ້ານ ໄທເມືອງ ຟັງ ຢູ່ ສເມີ ວ່າ ເຄີຍ ໄດ້ ພົບເຫັນ ສັດ ມີ ຮູບ ຄື ກັນກັບ ລີງ ໂທນໃຫຍ່ ມາ ຊອກລັກ ຈອບ ກິນປາ ຖືກລອບ ຖືກໄຊ ທີ່ ພວກເຂົາ ໃສ່ໄວ້ ຢູ່ ຕາມ ເເຄມນໍ້າ ເມື່ອ ພວກ ເຂົາເຈົ້າ ໄປ ຢາມລອບ ຢາມໄຊ ຢາມເບັດ ກໍ ເຫັນ ເເຕ່ ຫົວປາ ເເລະ ກ້າງປາ ປະຖິ້ມ ເຫລືອໄວ້ ມັນ ກິນຫຍັງ ກໍ ກິນ ຈົນຫລ້ອນ ຈົນກ້ຽງ ຫມົດ ອັ່ອຍຮັ່ອຍ ເເບບ ຜີເຜດ ທີ່ ໂຫຍຫິວ ຢູ່ ບໍ່ເຊົາ ເເລະ ກິນ ບໍ່ ຮູ້ ອີ່ມເປັນ ຈັກເທື່ອ ບາງຄັ້ງ ບາງຄາວ ກໍ ເຫັນ ຮອຍຕີນ ມັນ ປະປ່ອຍໄວ້ ເມື່ອ ພວກເຂົາ ເລົ່າ ເຣຶ່ອງ ເທື່ອໃດ ຜູ້ ໄດ້ຟັງ ກໍ ເກີດ ມີ ຄວາມຢ້ານກົວ ຈົນ ຂົນຫົວລຸກ!ຜູ້ ເລົ່າ ເຣຶ່ອງ ກໍ ຍັງ ພາກັນ ເລົ່າ ເພີ່ມເຕີມ ອີກວ່າ ບາງຄັ້ງ ກໍ ຍັງ ໄດ້ຍິນ ສຽງຮ້ອງ ຂອງ ຜີ ກັ່ອງກັ່ອຍ ມັນ ຮ້ອງ ເປັນ ສຽງ “ກັ່ອງກັ່ອຍ! ກັ່ອງກັ່ອຍ!” ເເຕ່ ເມື່ອ ໄດ້ຍິນ ສຽງ ກັ່ອງກັ່ອຍກັ໊ກ ກໍ ເເປວ່າ ມັນ ກໍາລັງ ເລີ້ມກິນ ສັດ ຫລື ສິ່ງໃດສິ່ງນຶ່ງ ເຖິງ ຂັ້ນ ທີ່ ໄສ້ພຸງ ນັ້ນ ຖືກກິນ ຈົນຫມົດກ້ຽງ ໄປ ເເລ້ວ ເເມ່ນ ເເຕ່ ຄົນເອງ ມັນ ກໍ ຍັງ ກິນໄດ້ ເຊັ່ນ ວ່າ ຖ້າ ມັນ ພົບເຫັນ ຄົນ ຜູ້ນຶ່ງ ກ່ອນ ເເລະ ເມື່ອ ມັນ ຮ້ອງ ວ່າ ກັ່ອງກັ່ອຍກັ໊ກ ກໍ ເເປວ່າ ມັນ ໄດ້ ກິນໄສ້ ກິນພຸງ ຂອງ ຄົນ ຜູ້ນັ້ນ ຮຽບຮ້ອຍເເລ້ວ ຜູ້ ຮູ້ຈັກ ເຣື່ອງ ກໍ ເລົ່າ ຕໍ່ໄປອີກ ວ່າ “ຍັງ ບໍ່ ມີ ຄົນລາວ ຜູ້ໃດ ເເລະ ຍັງ ບໍ່ມີ ເເກວ ເເລະ ຂເມນ ຜູ້ໃດ ເລີຍ ທີ່ ເຄີຍ ໄດ້ໄປ ພົບພໍ້ ເເລະ ສາມາດ ເອົາ ຊນະ ຜີ ກັ່ອງກັ່ອຍ ນັ້ນໄດ້ ເທື່ອ ເເຕ່ວ່າ ນິດສັຍ ຂອງ ຄົນລາວ ນັ້ນ ມັນພັດ ມີ ທີເດັດ ຢູ່ ເເນວນຶ່ງ ຄືວ່າ ຢ້ານ ເເຕ່ຢາກໄປທົດລອງ ເປັນຕາຫນ້າຢ້ານ ເເຕ່ພັດຊໍ້າ ຢາກເບິ່ງ ທັງຢ້ານ ທັງຢາກເຮັດ”

ຊຽງຫມ້ຽງ ໃຊ້ ບັ້ງ ປັນຍາ ເອົາ ຊນະ ຜີ ກັ່ອງກັ່ອຍ
ເມື່ອ ໄດ້ຍິນ ດັ່ງນັ້ນ ໄທບ້ານ ໄທເມືອງ ລາວເຮົາ ທີ່ ຕັ້ງຖິ່ນຖານ ຢ້າວເຮືອນ ຢູ່ ໃກ້ ກັບ ຊາຍເເດນ ຣະຫວ່າງ ລາວ-ເເກວ ກໍ ມີ ຄວາມຢ້ານກົວ ເເລະ ຊອກຫາທາງ ຮັກສາ ຄວາມປອດພັຍ ເພື່ອ ທຸກຄົນ ຈະ ໄດ້ ຢູ່ ສະດວກສະບາຍ ໃນ ການດໍາຣົງ ຊີວິດ ເເລະ ການຊອກຢູ່ ຊອກກິນ ຫລັງຈາກ ທີ່ ພຍາ ກັບ ພວກ ເສນາ ຫມາກຂີ້ກາ ອ້ອມຂ້າງ ບໍ່ ກ້າ ຮັບປາກ ເເລະ ໄດ້ປະຕິເສດ ຄໍາຮ້ອງຂໍ ຂອງ ປະຊາຣາສດອນ ໄປ ເເລ້ວ ຍ້ອນ ຄວາມຢ້ານກົວຕາຍ ພວກ ໄທບ້ານ ໄທເມືອງ ກໍ ໄດ້ຍິນ ຊື່ສຽງ ເເລະ ບັ້ງ ປັນຍາ ຂອງ ຊຽງຫມ້ຽງ ວ່າ ມັນ ເຄີຍ ເອົາ ຊນະ ພວກ ເສນາ ຫມາກຂີ້ກາ ເເກວ ທີ່ ເປັນ ທີ່ປຶກສາ ຂອງ ພຍາ ມາເເລ້ວ ໂດຍ ສະເພາະ ກໍ ເເມ່ນ ຕອນ ບັກຊຽງ ມັນ ເວົ້າ ໃຫ້ ພຍາ ເເລະ ພວກ ເສນາ ຫມາກຂີ້ກາ ເເກວ ຄຽດໄດ້ ວ່າ “ພວກ ບັກຫູນ້ອຍ ພວກມຶງ ມັນ ຄຽດງ່າຍ ເເລ້ວ ພວກເສນາ ເເກວ ກໍ ຈໍາຕ້ອງ ໄດ້ກິນ ຫມາ ຂີ້ເຮື້ອນ ເປັນ ສິ່ງ ຕອບເເທນ ເພາະວ່າ ພວກ ເຂົາ ພາກັນ ເສັຽ ການຕໍ່ລອງ ບັກຊຽງ ເຄີຍ ຍົ້ວະໃຫ້ ພວກເສນາ ຫມາກຂີ້ກາ ເເກວ ຕຣິນ ດົມຕົດມັນ ຫລາຍຄັ້ງ ຫລາຍຫົນ ຕັ້ງເເຕ່ ຕາຍໄປເເລ້ວ ພວກມັນ ກໍ ຄົງ ຈະ ບໍ່ ສາມາດ ທົນທານ ຕໍ່ ຕົດເຫມັນ ຂອງ ບັກຊຽງ ໄດ້ ດອກ” ເມື່ອ ເປັນ ດັ່ງນັ້ນ ພວກ ໄທບ້ານ ກໍ ຕ້ອງໄດ້ ໄປ ຂໍຮ້ອງ ໃຫ້ ບັກ ຊຽງຫມ້ຽງ ເຂົ້າມາ ຊົດຊ່ວຍ ພວກເຂົາ ກໍ ເຊື່ອເເນ່ ວ່າ ຊຽງຫມ້ຽງ ຕ້ອງ ມີ ປັນຍາ ເອົາ ຊນະ ການຫລອນຫລອກ ເເລະ ເລ້ກົນ ຂອງ ຜີ ກັ່ອງກັ່ອຍ ເເກວ ໄດ້ ຢ່າງ ເເນ່ນອນ

ຊຽງຫມ້ຽງ ຮັກຫອມ ປະຊາຊົນລາວ ເເລະ ຢາກໃຫ້ ພວກ ເຂົາເຈົ້າ ມີ ຄວາມປອດພັຍ ໃນ ການທໍາມາຫາກິນ ບັກຊຽງ ຂໍ ຮັບ ອາສາສມັກ ຍອມໄປ ສ່ຽງຕາຍ ໄປ ຕໍ່ສູ້ ເເທນ ພວກ ປະຊາຣາສດອນ ລາວ ການສ່ຽງພັຍ ຄັ້ງນີ້ ມັນ ໂຫດຮ້າຍ ເເລະ ກັນດານ ທີ່ສຸດ ອັນນີ້ ເພິ່ນ ຮຽກກັນວ່າ ການສ່ຽງພັຍ ຢູ່ ບົນ ຄົມຫອກ ຄົມດາບ ພວກ ໄທບ້ານ ທີ່ ຮັກ ເເລະ ນັບຖື ຊຽງຫມ້ຽງ ພວກເຂົາ ກໍ ໄດ້ບອກ ຄວາມລັບ ຫລື ກຸນເເຈ ໃຫ້ ມັນ ຮູ້ຈັກນໍາ ວ່າ ຈຸດອ່ອນ ຂອງ ຜີ ກັ່ອງກັ່ອຍ ກໍ ເເມ່ນ ວ່າ ຖ້າ ເອົາ ຊນະ ຜີ ໂຕນຶ່ງ ໄດ້ ກໍ ສາມາດ ເອົາ ຊນະ ກັ່ອງກັ່ອຍ ໂຕ ອື່ນໆ ເຫມືອນກັນ ເເຕ່ວ່າ ຕ້ອງ ເຂົ້າໃຈ ປະຕິບັດ ຄວາມຮັກ ຄວາມສົງສານ ເເລະ ຮູ້ ລະເວັ້ນ ຄວາມ ຕິດຜູກມັດ ເເລະ ຄວາມໂລບມາກໂລພາ ສະນັ້ນ ບັກຊຽງ ຈຶ່ງ ໄດ້ໄປ ຮຽນເລົ່າ ເອົາ ຄາຖາ ກັນຜີ ໄດ້ ກັບປາກ ເພື່ອ ຮັກສາ ປ້ອງກັນຕົວ ຄືດັ່ງ ຄົນລາວ ຜູ້ ອື່ນໆ ໃນ ສມັຍ ນັ້ນ ຊຶ່ງ ຂໍ້ຄວາມ ຂອງ ຄາຖາ ສັກສິດ ມີ ດັ່ງນີ້

  1. ອິ ລະ ຊາ ຄະ ຕະ ລັດສາ
  2. ຕິ ຫັງ ຈາ ໂຕ ໂລ ຖີ ນັງ
  3. ປິ ສໍາ ລະ ໂລ ປຸ ສັດ ພຸດ
  4. ໂສ ມາ ນະ ກະລິ ຖາໂທ
  5. ພະ ສໍາ ສໍາ ວິ ສາ ເທ ພະ
  6. ຄະ ພຸດ ປັນ ທຸ ທາ ວະ ຄະ
  7. ວາ ໂທ ໂນ ວະມະ ມະວາ
  8. ອະວິດ ສຸກ ນຸດສາ ນຸດຕີ

( ສະເດັດ ເຈົ້າ ບຸນອູ້ມ ເຈົ້າ ນະຄອນ ຈໍາປາສັກ ໄດ້ຂຽນ ຄາຖານີ້ ໃຫ້ ຂພຈ ເມື່ອ ປີ ໑໙໖໙ ທີ່ ນະຄອນ ວຽຽຈັນ ສາທຸ ສາທຸ ສາທຸ )

ເມື່ອ ບັກຊຽງ ໄດ້ ຮີບໂຮມ ເອົາ ການບອກເລົ່າ ເເລະ ໄດ້ ຟັງ ເພື່ອ ໃຫ້ ເຂົ້າໃຈ ຄໍາເວົ້າ ເເຕ່ ລະຄໍາ ນັ້ນ ຢ່າງ ຄັກເເນ່ ມັນຍັງ ຈື່ຈໍາ ຕັ້ງເເຕ່ ເມື່ອຄາວ ຍັງນ້ອຍ ຄໍາອືດ ກ່ອມລູກ ອັນມ່ວນ ອອນຊອນຫູ ຂອງ ຜູ້ເປັນ ເເມ່ ວ່າ "ນອນ ສະເດີ ລູກນ້ອຍ ຄ່ອຍນອນ ຫລັບຕາ ໃນເຮືອນ ມຸງຫຍ້າຄາ ຜີມາ ກໍຢ້ານ ບໍ່ກ້າ ບໍ່ຜ່ານ ດ່ານ ສາຍຫຍ້າຄາ ນອນສາ ລູກນ້ອຍ ຂອງ ເເມ່ ກິນນົມ " ເເລ້ວ ຫລັງຈາກນັ້ນ ຊຽງຫມ້ຽງ ກໍ ຕຣຽມ ຫ້າງຫາ ໄປຍັງ ບ່ອນ ທີ່ ຊ່າລືກັນ ວ່າ ມີ ຜີ ກັ່ອງກັ່ອຍ ເເກວ ມາ ຈອບລັກ ກິນປາ ບັກຊຽງ ໄປ ພັກເຊົາ ຢູ່ ຖຽງນາ ທີ່ ຊາວບ້ານ ໄດ້ປຸກໄວ້ ຢູ່ ເເຄມຫນອງ ເເຫ່ງນຶ່ງ ທຸກມື້ ກ່ອນ ຄໍ່າ ບັກຊຽງ ກໍ ອອກໄປ ໃສ່ລອບ ໃສ່ໄຊ ເເລະ ປັກເບັດ ໄວ້ ເເລ້ວ ທຸກໆ ເຊົ້າ ມັນ ກໍ ອອກໄປກວດ ໄປຢາມ ເຄື່ອງ ຫາປູຫາປາ ຂອງມັນ ຕາມ ທັມມະດາ

ເດືອນນຶ່ງ ໄດ້ຜ່ານພົ້ນໄປ ມັນ ກໍ ບໍ່ ເຫັນ ອີ່ຫຍັງ ມາ ລັກ ກິນປາ ຂອງ ມັນ ບັກຊຽງ ໃຊ້ ຄວາມອົດທົນ ເຮັດວຽກ ຕໍ່ໄປ ຢ່າງ ບໍ່ລົດລະ ມື້ໃດ ຄືນໃດ ມັນ ກໍ ພາວະນາ ນັ່ງໄຫວ້ ພຣະ ມາຮອດ ມື້ນຶ່ງ ມັນ ໄດ້ຍິນ ສຽງ ຜີ ກັ່ອງກັ່ອຍ ມາ ຮ້ອງ ຍາມກາງຄືນ ໃຫ້ ມັນໄດ້ຍິນ ກັ່ອງກັ່ອຍ ກັ່ອງກັ່ອຍ ຮ້ອງ ດົນຫລາຍ ມັນ ຈົນ ຂົນຫົວລຸກ ເເຕ່ ມັນ ກໍ ຮູ້ໃຊ້ ຄວາມພຍາຍາມ ຕັ້ງ ສະຕິ ສະມາທິ ໄວ້ໄດ້ ຢ່າງ ທຸ່ນທ່ຽງ ຍ້ອນວ່າ ມັນ ຄຶດເຫັນ ຜົນປໂຍດ ທີ່ ຈະ ເກີດມີ ເເກ່ ຊາວບ້ານ ຊາວເມືອງ ຕໍ່ມາ ເມື່ອ ມັນ ອອກໄປ ເລາະຢາມ ສິ່ງ ທີ່ ມັນ ໄດ້ຫ້າງຫາ ໃສ່ໄວ້ ມັນ ກໍ ສັງເກດ ເຫັນວ່າ ມື້ນັ້ນ ຜີ ກັ່ອງກັ່ອຍ ໄດ້ມາ ລັກກິນປາ ຄື ດັ່ງ ທີ່ ພວກຄົນ ເຂົາ ໄດ້ເລົ່າລື ກັນເເທ້

ຊຽງຫມ້ຽງ ຕັ້ງທ່າ ລໍຖ້າ ໂອກາດ ດີ ຢູ່ ດັ່ງນັ້ນ ເຖິງ ປະມານ ສາມວັນ ເເລ້ວ ມື້ ຕໍ່ມາ ເມື່ອຮອດ ຄືນ ທີ່ ສີ່ ມັນ ກໍ ຄ່ອຍໆ ລອບ ອອກໄປ ຈອບເບິ່ງ ຜີ ກັ່ອງກັ່ອຍ ມາລັກ ກິນປາ ຊຽງຫມ້ຽງ ໄປ ຈອບ ຢູ່ ຟຸ່ມ ຫຍ້າຜື ປົນກັບ ຫຍ້າຄາ ໃກ້ຖິດ ກັບບ່ອນ ຫາປາ ສຽງຮ້ອງ ຂອງ ຜີ ກ່ອງກ່ອຍ ກໍ ດັງ ເເຮງຂຶ້ນໆ ຄືນນັ້ນ ເປັນ ຄືນ ເດືອນຫງາຍ ເເສງເດືອນ ເຄື່ອນລອຍ ໄປ ຊ້າໆ ຢູ່ ບົນທ້ອງຟ້າ ສຽງຮ້ອງ ກໍ ໄດ້ຍິນ ໃກ້ເຂົ້າມາ ຕື່ມອີກ ເເລ້ວ ສິ່ງທີ່ ບັກຊຽງ ເຄີຍ ໄດ້ຍິນ ດ້ວຍຫູ ບັດນີ້ ມັນ ກໍເລີຍ ໄດ້ ດູ ສົດໆ ດ້ວຍຕາເປົ່າ ຂອງ ມັນເອງ ຊຽງຫມ້ຽງ ສັງເກດ ເຫັນໄດ້ ຢ່າງ ຄັກເເນ່ ວິທີການ ເເລະ ປະຕິກິຣິຍາ ຂອງ ຜີ ກັ່ອງກັ່ອຍ ຄືວ່າ ຢູ່ ໃນ ຂັ້ນຕົ້ນ ກັ່ອງກັ່ອຍ ຍ່າງ ຮ້ອງອ້ອມ ບໍຣິເວນ ທີ່ ມີ ເນື້ອກິນ ພ້ອມທັງ ເລາະ ກວດເບິ່ງພຸ້ນ ກວດເບິ່ງພີ້ ດ້ວຍ ຄວາມຣະມັດຣະວັງ ຫລັງຈາກນັ້ນ ມັນ ກໍ ເລີ້ມລົງມື ກິນປາ ເມື່ອ ມັນ ກິນ ອີ່ມເເລ້ວ ມັນ ກໍ ຫນີຫລົບໄປ ຢ່າງ ບໍ່ ໃຊ້ ສຽງຮ້ອງ ອີກ ຕື່ມ

ຜີ ກັ່ອງກັ່ອຍ ກິນປາ ກ້ຽງ ຈົນຫລ້ອນ ມັນ ມີ ຮ່າງກາຍ ຄ້າຍຄື ຄົນ ມີ ສອງ ຕີນ ສອງ ມື ຍ່າງ ໄປໄດ້ ມາໄດ້ ຢ່າງ ສະດວກສະບາຍ ນອກນັ້ນ ກ່ອນຈາກ ໄປ ມັນ ຍັງ ໃຊ້ ວິທີການ ເຊື່ອງຊ້ອນ ເບັດຕີນ ຂອງ ມັນ ຄື ໃຊ້ ສົ້ນຕີນ ໄປທາງຫນ້າ ປາຍຕີນ ໄປທາງຫລັງ ເພື່ອ ຍ່າງ ເດີນຫນີ ກັບໄປ ບໍ່ ມີ ໃຜ ສາມາດ ນໍາມັນ ໄປທັນ ເພາະ ຖ້າ ມີ ຄົນ ນໍາຮອຍ ມັນໄປ ກໍ ຕ້ອງ ນໍາຮອຍ ໄປ ຕາມທາງ ປາຍຕີນ ຫລື ໄປທາງ ກົງກັນຂ້າມ ກັບທາງ ທີ່ ມັນ ໄປ ຜີ ກັ່ອງກັ່ອຍ ຍັງ ສາມາດ ຍ່າງ ເເບບ ເອົາຫົວ ລົງດິນ ເອົາຕີນ ປິ່ນຂຶ້ນຟ້າ ໄດ້ ຄື ກັນກັບ ຜີເຜດ ຍ່າງ ມັນ ກໍ ເອົາ ຫົວ ປິ່ນ ລົງດິນ ມັນ ຫລອກ ເເລະ ມັນ ຕາຍ ມັນ ກໍ ເອົາ ຫົວ ປິ່ນ ລົງດິນ ເເບບ ກອງກົ້ນ ຕາຍ ບັກຊຽງ ສັງເກດເຫັນ ຢ່າງ ຄັກເເນ່ ວ່າ ເເມ່ນ ຜີ ກັ່ອງກັ່ອຍ ໂຕເເມ່ ເພາະ ເເສງເດືອນເເຈ້ງ ເປັນຄື ໂຄມໄຕ້ ໄດ້ ເເຍງ ໂຕ ຜີ ກັ່ອງກັ່ອຍ ໃຫ້ ເຫັນໄດ້ດີ ຢ່າງ ຊັດເຈນ ບັກຊຽງ ເເນມເຫັນ ມັນ ເປືອຍກາຍ ເປືອຍໂຕ ຜົມມັນ ມີ ສີດໍາ ຍາວ ຮອດ ກົ້ນ ຕົນໂຕ ມີ ຂົນເເດງ ເເລບໆ ກ່ານເຫລືອງ ມັນ ໃຊ້ ຜົມ ຂອງ ມັນ ຫຸ້ມຫໍ່ ປົກ ຕົນຕົວ ເເທນ ເຄື່ອງນຸ່ງຫົ່ມ ມັນ ມີ ຄີງບາງຮ່າງນ້ອຍ ເເລະ ມີ ຫີ ມີ ນົມ ສວດ ມີ ຕາສີເເດງ ຄື ຫມາກຫລອດສຸກ ຫນຸ່ມເເຫນ້ນ ຄື ກັບ ຜູ້ຍິງ ຍັງ ເປັນ ສາວຊອນ ຂຶ້ນໃຫມ່ ຜີ ກັ່ອງກັ່ອຍ ສາມາດ ໃຊ້ ມື ຈັບປາ ກິນໄດ້ ຢ່າງ ສະບາຍ ເເຕ່ ບາງທີ ມັນ ກໍ ເຮັດ ຄື ທັງຫລິ້ນ ຄື ທັງກິນ ຄື ທັງ ມີ ອາຣົມ ຮຸນເເຮງ ທາງ ກາມະຣົມ ເຊັ່ນວ່າ ມັນ ເອົາ ປາເປັນໆ ທີ່ ຍັງ ດີ້ນຢູ່ ມາຢາຍ ໄວ້ ລຽນກັນ ເເລ້ວ ມັນ ກໍ ໃຊ້ ສຽງຮ້ອງ ກັ່ອງກັ່ອຍ ກັ໊ກ

ມື້ເຊົ້າ ຂອງ ວັນໃຫມ່ ເມື່ອ ບັກຊຽງ ໄດ້ ໄປ ເລາະເບິ່ງ ບ່ອນ ຜີ ກັ່ອງກັ່ອຍ ກິນ ປາ ມັນ ກໍ ສາມາດ ສັງເກດ ເຫັນໄດ້ ວ່າ ບ່ອນ ທີ່ ກັ່ອງກັ່ອຍ ຮ້ອງ ກັ່ອງກັ່ອຍກັ໊ກ ນັ້ນ ປາ ທຸກໆ ໂຕ ກໍ ຍັງ ເປັນ ຮ່າງ ໂຕປາ ຢູ່ ຄືເກົ່າ ເເຕ່ວ່າ ເຄື່ອງໃນ ຕ່າງໆ ໃນ ທ້ອງປາ ຄື ຕັບໄຕໄສ້ພຸງ ນັ້ນ ເເມ່ນວ່າ ບໍ່ ຍັງເຫລືອ ອີ່ຫຍັງື ຈັກດີ້ ມັນ ສາມາດ ກິນປາ ໄດ້ ຢ່າງ ບໍ່ ຕ້ອງ ຄົວປາ ຄືກັບ ຄົນເຮົາ ບັກຊຽງ ຈຶ່ງ ສາມາດ ສັນນະສູດ ເເລະ ພິດຈາຣະນາ ໄດ້ ວ່າ ຕອນ ຜີ ກັ່ອງກັ່ອຍ ຮ້ອງ ກັ໊ກ ນັ້ນເອງ ທີ່ ມັນ ກິນ ເຄື່ອງໃນປາ ອັນນີ້ເເລ ອັນ ທີ່ ຄົນລາວ ເຮົາ ມັກເວົ້າກັນ ວ່າ ໃຊ້ ສຽງ ກືນກິນ ຫລື ໃຊ້ ສຽງ ກ່ອມ ຍົວະເຍົ້າ ລໍ້ລວງ ຈອບອອຍ ໃຫ້ ໄດ້ ນອນນໍາ ເພື່ອ ຈະ ໄດ້ ກືນກິນ ຢ່າງ ມ່ວນຊື່ນ ເຣຶ່ອງນີ້ ມັນ ກໍ ບໍ່ ເເຕກຕ່າງ ຫຍັງ ກັບ ໂຕ ເເມງໄມ້ ເຊັ່ນ ໂຕ ເເມງມຸມດໍາ ຫລື ນາງຫມ້າຍດໍາ ( la veuve noire ) ເເມງມ້າຂຽວໃບໄມ້ ( la mante religieuse ) ໂຕເເມ່ ມັນ ຍອມ ໃຫ້ ໂຕຜູ້ ຢູ່ກິນ ນໍາມັນ ນອນເຊີງ ມັນ ອີ່ມ ຄັກເເນ່ ມັນ ຫລອກ ເອົານໍ້າ ໂຕຜູ້ ຈົນຫມົດ ເເລ້ວ ມັນ ກໍ ກິນ ໂຕຜູ້ ໃຫ້ ດັບສູນໄປ ສ່ວນຫລາຍ ໂຕເເມ່ ເລີ້ມ ກິນ ຫົວ ໂຕຜູ້ ຕັ້ງເເຕ່ ຕອນ ເລີ້ມເຊີງກັນ ພຸ້ນ ເມື່ອ ຜີ ກັ່ອງກັ່ອຍ ເພດຍິງ ໂຕນັ້ນ ກິນປາ ອີ່ມເເລ້ວ ມັນ ກໍ ນອນເກືອກ ຫງາຍໂຕໄປໂຕມາ ຮຸກສີໂຕ ໃສ່ ຫຍ້າຫນາມ ເເທດ ປົ່ງໃຫມ່ ໃຫ້ເເກ້ ຄວາມຄັນຄາຍ ເເບບ ວ່າ ມັນ ມີ ຄວາມຕ້ອງການ ຢາກ ມີ ຄູ່ຊ້ອນ ນອນນໍາ ເມື່ອ ບັກຊຽງ ເຫັນ ເປັນ ດັ່ງນັ້ນ ເເລ້ວ ມັນ ກໍ ກັບໄປນອນ ກຶກກອງ ເພື່ອ ຢາກເຂົ້າໃຈດີ ເເລະ ເພື່ອ ຈະ ໃຊ້ ປັນຍາ ເເກ້ໄຂ ບັນຫາ ໃຫ້ ໄດ້ ຜົນ ຢ່າງ ເເທ້ຈິງ ບັກຊຽງ ມີ ຄວາມຢ້ານ ຄວາມກົວ ເເຕ່ ບໍ່ ໄດ້ ທໍ້ຖອຍ ທາງດ້ານ ເຈຕນາ ອັນເເທ້ຈິງ ທີ່ ມັນມີ ມາເເຕ່ ໃດໆ ພຸ້ນ ມັນ ຄິດອອກ ໄດ້ວ່າ ມັນ ຕ້ອງ ໃຊ້ ຄວາມຈິງເເທ້ ຫລື ຄວາມຄິດ ງ່າຍໆ ທັມມະດາ ເພື່ອ ຕໍ່ສູ້ ກັບ ນາງ ຜີ ກັ່ອງກັ່ອຍ ທີ່ ຫິວໂຫຍ ໂຕນີ້ ເເຕ່ ຜີ ກັ່ອງກັ່ອຍ ໂຕນີ້ ມັນ ບໍ່ ຫິວ ພັດ ກິນ ຢ່າງດຽວ ເເລະ ມັນ ຍັງ ມີ ຄວາມຫິວ ທາງ ກາມມະຣົມ ຕື່ມອີກ

ຄືນ ຕໍ່ມາ ບັກຊຽງ ກໍ ກັບໄປ ຈອບເບິ່ງ ອີກໃຫມ່ ເພື່ອ ໃຫ້ ຮູ້ເເຈ້ງ ຂຶ້ນຕື່ມ ເເຕ່ ເມື່ອ ຮອດຕອນ ທີ່ ນາງ ກັ່ອງກັ່ອຍ ນອນປີ້ນ ຂ້ວມຫງາຍ ເເບບ ຫິວໂຫຍ ຢູ່ ນັ້ນ ບັກຊຽງ ກໍ ເລີຍ ຫລົງ ເອົາມື ໄປ ຕ້ອງ ຫຍ້າຜືເເຫ້ງ ເເລະ ເຮັດ ໃຫ້ ເກີດມີ ສຽງດັງ ຂຶ້ນ ນາງ ຜີ ກັ່ອງກັ່ອຍ ໄດ້ຍິນ ກໍ ຟ້າວ ເເລ່ນມາ ຈັບ ບັກຊຽງ ເເລ້ວ ສະເເດງ ທ່າທີ ເຮັດໃຫ້ ບັກຊຽງ ເຂົ້າໃຈ ໄດ້ ດ້ວຍຕີນດ້ວຍມື ວ່າ ມັນ ຕ້ອງການ ເອົາບັກຊຽງ ໄປ ເປັນ ຜົວ ເຊັ່ນວ່າ ມັນ ເອົາ ມື ບັກຊຽງ ໄປ ລູບ ຈັບນົມ ເເລະ ເຄື່ອງລັບ ຂອງມັນ ບັກຊຽງ ບໍ່ ມີທາງ ຈະ ສູ້ໄດ້ເລີຍ ມັນ ທໍາທ່າ ງຶກຫົວເອົາ ເພື່ອ ໃຫ້ ກັ່ອງກັ່ອຍ ເຂົ້າໃຈ ຕັ້ງເເຕ່ ຄືນນັ້ນໄປ ນາງ ຜີ ກັ່ອງກັ່ອຍ ກໍ ບໍ່ ຫນີ ກັບໄປ ມັນ ນອນຄ້າງ ຢູ່ ຖຽງນາ ຮ່ວມກັບ ບັກຊຽງ ຢູ່ໄປອີກ ຫລາຍຄືນ ຫລາຍວັນ ມັນ ຈອບເຝົ້າ ບັກຊຽງ ບໍ່ ໃຫ້ ຫນີໄປທາງໃດ ໄດ້ ເເລະ ໄປ ຊອກເອົາ ຫມາກໄມ້ ຫມາກຕອກ ເເລະ ສັດປ່າ ມາໃຫ້ ບັກຊຽງ ກິນ ຢ່າງ ບໍ່ ໄດ້ເຮັດວຽກ ເຮັດການ ອອກເຫື່ອ ເທເເຮງ ອີ່ຫຍັງເລີຍ ມັນ ມີ ເເຕ່ ໃຫ້ ບັກຊຽງ ນອນນໍາມັນ ເເລະ ຈັກຕອກ ເອົາໄວ້ ເຮັດລອບເຮັດໄຊ ວາງໃສ່ ບ່ອນມີ ນໍ້າໄຫລ ຢູ່ວ່າງ ຄັນຄູ ສວດເເກ່ນ ເເຫນ້ນຫນາ ນັ້ນ ໃຫ້ດີ ເເລະ ບໍ່ ລອບລັກຫນີ ຈາກ ມັນໄປ ກໍເປັນພໍ ບາງຄັ້ງ ບາງຄາວ ເມື່ອ ຮອດຍາມ ເດືອນຫງາຍ ມັນ ກໍ ຊວນ ບັກຊຽງ ອອກໄປ ຊົມເດືອນ ນອນຫງາຍ ເບີຍໂຕ ເປັນ ຄູ່ຄວບ ໃຫ້ທ່າ ບັກຊຽງ ເເລະ ຮ້ອງເພງ ກັ່ອງກັ່ອຍ ສູ່ຟັງ ສຽງ ເພງຮັກ ຂອງ ຜີ ກັ່ອງກັ່ອຍ ກໍ ມີ ເນື້ອໃນ ຄື ເກົ່າ ມີ ການສໍາຜັດ ເເຕ່ ກັບ ຕົວ ກໍ ເເຕ່ວ່າ ມີ ສຽງ ອືດ ອ່ອນໂຍນ ເຢືອກເຢັນ ຊວນໃຫ້ ຂົນຫນາວລຸກ ຫລາຍ ກວ່າເກົ່າ ຍາມໃດ ບັກຊຽງ ໄດ້ຍິນ ສຽງຮ້ອງ ເປັນ ຄວາມຮັກ ຜີ ກັ່ອງກັ່ອຍ ມັນ ກໍ ມີ ຄວາມຢ້ານ ຈົນເຮັດ ໃຫ້ ຄາງກະໄຕ ຂອງ ມັນ ສັ່ນ ເເລະ ເເຂງ ກະດ້າງ ປານ ຄົນຕາຍ ທັງເປັນ ບັກຊຽງ ຮູ້ ນິດສັຍ ໃຈຄໍ ມັນດີ ບັກຊຽງ ເເຕ່ງ ກາບກອນ ກ່າວ ເສີມໄປນໍາ ໃຫ້ມັນ ດີໃຈ ເຊັ່ນວ່າ ກ່ອງກ່ອຍ ກ່ອງກ່ອຍ ກອງກົ້ນ ໂກ່ນກາບ ກິນກາມ ກືນກິນ ເເກ່ງກາມ ກ້ອງກາມ ກໍ່າກາ ກາກີ ກິ່ນກຸຍ ກາມກ້ຽງ ເເກ້ງເເກມ ກັນເເກ້ ກຸມເເກ້ ເເກ້ກຸມ ເເກ້ກວມກາມ ກາງກົ້ນ ກົ້ນກ່ານ ກົ້ນກິ່ວ ເກົາກອຍ ກີບກາມ ກອງກົ້ນ ກິນ ກາບກາມ ເມື່ອ ນາງ ຜີ ກ່ອງກ່ອຍ ໄດ້ຍິນ ດັ່ງນັ້ນ ມັນ ກໍ ເກີດ ມີຄວາມດີໃຈ ຫລາຍຂຶ້ນ ບາງຄັ້ງ ນາງ ຜີ ກັ່ອງກັ່ອຍ ກໍ ເຮັດເປັນ ຜີຫລອກ ບັກຊຽງ ຄື ວ່າ ມັນ ໂດດ ຂຶ້ນງ່າໄມ້ ເເລ້ວ ເອົາຜົມ ຢ່ອນ ຕາບຊາບ ເເລບລີ້ນ ປິ່ນກົ້ນປິ່ນກອຍ ໃສ່ ບັກຊຽງ ເເຕ່ ບັກຊຽງ ກໍ ຮູ້ ຄິດເຖິງ ບຸນຄຸນ ພຣະພຸດ ພຣະທັມ ພຣະສົງ ເປັນ ທີ່ເພິ່ງ ເພື່ອ ບໍ່ ໃຫ້ມີ ຄວາມຢ້ານກົວ ໃດໆ ບັກຊຽງ ທໍາທ່າ ຢູ່ ຕາມທັມມະດາ ໃຊ້ ປັນຍາ ເຫັນເເຈ້ງ ເເຫ່ງ ຄວາມຈິງ ຮັບເອົາ ເຣຶ່ອງ ຕາມ ຄວາມເປັນໄປ ວ່າ ມັນ ຫາກເປັນ ດັ່ງນັ້ນ ບໍ່ຄິດຕ້ານ ບໍ່ຄິດ ບໍ່ຕ້ານ ບໍ່ຕິ ບໍ່ຮິ ຕິດ ບໍ່ຕິດ ບໍ່ມີຕິດ ບໍ່ມີ ວ່າ ບໍ່ຕິດ ຈິດ ຂອງ ມັນ ເປົ່າສວ່າງ ມັນ ສ່ອງເຫັນ ຫນ້າຮ້າຍ ກັບ ເປັນ ຫນ້າດີ ຫນ້າດີ ເກີດ ຈາກ ຫນ້າຮ້າຍ ເເລະ ຫນ້າດີ ກັບຄືນ ເປັນ ຫນ້າຮ້າຍ ໃຫມ່ ກໍ ມີ ສໍາຄັນ ທີ່ສຸດ ກໍເເມ່ນ ວ່າ ບັກຊຽງ ມັນ ຕັ້ງໃຈ ສະມາທິ ປັດເຄັ່ຽ ຄວາມມືດມົວ ໃຫ້ ຫມົດສິ້ນ ອອກຈາກ ຈິດໃຈ ຂອງ ມັນ ຢູ່ ທຸກໆວັນ

ກ່າວເຖິງ ພວກໄທບ້ານ ໄທເມືອງ ທີ່ ພາກັນ ລໍຖ້າ ຂ່າວ ຈາກ ບັກຊຽງ ພວກເຂົາ ກໍຕ່າງ ຊ່າລື ກັນໄປ ເເບບ ທາງຮີ ທາງຂວາງ ວ່າ ບັກຊຽງ ຖືກ ຜີ ກັ່ອງກັ່ອຍ ຈັບຕົວ ໄປເເລ້ວ ປານນີ້ ຕັບໄຕ ໄສ້ພຸງ ຂອງ ມັນ ຄົງ ຈະ ບໍ່ ຍັງເຫລືອ ອີ່ຫຍັງ ເເລ້ວ ພວກ ເສນາຫມາກ ຂີ້ກາ ເເລະ ພຍາ ກໍ ຕ່າງ ນົບ ໃຫ້ມັນ ຖືກ ຜີ ກັ່ອງກັ່ອຍ ກິນ ມັນຕາຍ ເເລ້ວ ກໍ ຈະ ບໍ່ ມີ ໃຜ ມາກ້າສູ້ ມາກ້າປາກ ມາກ້າຖຽງ ມາກ້າ ອອກຄວາມຄິດ ມາກ້າເເຂ່ງ ປັນຍາ ອີກ ບາງ ຄົນ ກໍ ພາກັນ ເວົ້າ ຕລົກຕລອກ ໄປນໍາ ວ່າ ຜີ ກັ່ອງກັ່ອຍ ອາດ ຈະ ເເມ່ນ ໂຕເເມ່ ເເລະ ຍັງເປັນ ສາວນ້ອຍ ນົມກໍາລັງ ພວມຈໍ່ຢູ່ ມັນ ອາດ ຈະ ບໍ່ ກິນ ບັກຊຽງ ກໍເປັນໄດ້ ມັນ ອາດຈະ ຈັບກຸມ ບັກຊຽງ ກັກຂັງ ບັກຊຽງ ເອົາໄວ້ ເປັນຜົວ ຂອງມັນ ມີ ຄົນ ກ່າວ ຕື່ມເຕີມ ອີກວ່າ ຄັນຊັ້ນ ມັນ ກໍ ດີ ຕວ໋າ ຫມູ່ເພື່ອນ ບັກຊຽງ ມັນ ມີ ຄວາມສຸກ ມັນຍັງ ຫນຸ່ມເເຫນ້ນ ເປັນ ຄົນ ໂກ້ເກ້ ເເລະ ສລາດ ຫລັກເເຫລມ ອີກດ້ວຍ ເເຕ່ວ່າ ຮັກ ເເບບນີ້ ມັນມີ ຄວາມຢ້ານກົວ ເເກມກັນ ໄປນໍາ ຄື ວ່າ ມີ ທັງມ່ວນ ທັງຢ້ານ ປົນກັນ ເເລ້ວ ເເມ່ນໃຜ ຊິ ກ້ານອນ ນໍາ ເມັຽ ເເບບນີ້ ? ອັນນີ້ ມັນ ຫາກເເມ່ນ ຄວາມງາມ ຢູ່ ທາງ ຫນ້າສາກ ລະຄອນ ເເລະ ຄວາມຢ້ານ ຢູ່ ຫລັງສາກ ລະຄອນ ພ້ອມທັງ ມີ ຄົນ ສອຍ ເພີ່ມ ອິກວ່າ ຖ້າເເມ່ນ ຜີ ກັ່ອງກັ່ອຍ ລາວ ກະຍັງ ຊິໄຄເເຄນເເດ່ ອັນນີ້ ໂລດເເມ່ນ ຜີ ກັ່ອງກັ່ອຍ ເເກວ ຄືວ່າ ເມື່ອມັນ ຍັງເປັນ ຫລື ຍັງມີ ຊີວິດຢູ່ ມັນ ກໍ ຍັງ ຢາກ ປາກເເຂງ ຢູ່ເເລ້ວ ອັນວ່າ ສັນຊາດ ຂອງ ຜູ້ຍິງ ເເກວເຫນືອ ເຊື້ອ “ຕຣິນ” ມັນນີ້ ເເລ້ວ ໃຜໆ ກໍຈົ່ມ ໄຫວ້ວອນ ຂໍໃຫ້ ບັກຊຽງ ເອົາ ຕົວລອດ ເເລະ ສາມາດ ເອົາ ຊນະ ຜີ ກັ່ອງກັ່ອຍ ເເກວເຫນືອ ເຊື້ອ “ຕຣິນ” ໂຕນັ້ນ ໃຫ້ ໄດ້

ບັກຊຽງ ຊອກເຫັນ ວີທີ ເເກ້ໄຂ ໄດ້ ເປັນຢ່າງດີ ເເຕ່ ມັນ ກໍ ຈໍາຕ້ອງ ລໍຖ້າ ໂອກາດ ອໍານວຍ ນັ້ນ ມາເຖິງ ກ່ອນ ນອກນັ້ນ ມັນ ກໍ ຍັງຊອກ ເຂົ້າໃຈ ຄວາມຕ້ອງການ ຂອງ ນາງ ຜີ ກັ່ອງກັ່ອຍ ນັ້ນ ໃຫ້ ດີຂຶ້ນ ຄວາມເຊື່ອໃຈ ຊຶ່ງກັນເເລະກັນ ຈຶ່ງ ຈະ ມີ ຫລາຍຂຶ້ນ ສະນັ້ນ ບັກຊຽງ ໄປໃສ ມາໃສ ຜູ້ດຽວ ມັນ ກໍ ກັບຄືນມາ ຖຽງນາ ບ່ອນພັກເຊົາ ຢ່າງ ບໍ່ ໃຫ້ ນາງ ຜີ ກັ່ອງກັ່ອຍ ຈັບ ພິຣຸດ ຂອງມັນ ໄດ້ ເມື່ອ ບັກຊຽງ ໄຫວ້ ພຣະ ສູດມົນ ມັນ ກໍ ຈົ່ມ ໃຫ້ ນາງ ຜີ ກັ່ອງກັ່ອຍ ໄດ້ ຍິນສຽງ ນໍາ ວ່າ ພຸດໂທ

ຢູ່ ມາ ມື້ນຶ່ງ ນາງ ຜີ ກັ່ອງກັ່ອຍ ກໍ ບອກ ໃຫ້ ບັກຊຽງ ໄດ້ ເຂົ້າໃຈ ວ່າ ມັນ ຈະຕ້ອງ ອອກໄປ ຊອກຢູ່ ຊອກກິນ ຢູ່ ບ່ອນອື່ນ ປະມານ ສອງ ສາມ ວັນ ເເລ້ວ ເມື່ອຮອດ ຕອນ ໃກ້ ທ່ຽງຄືນ ຂອງ ມື້ ທີ ສາມ ຫາ ມື້ ທີ ສີ່ ມັນ ຈຶ່ງ ຈະ ຕ່າວກັບ ບັກຊຽງ ກໍ ງຶກຫົວ ເເລະ ສະເເດງ ຄວາມໂສກເສົ້າ ຄິດຮອດ ຈົນເຖິງ ຂັ້ນ ທໍາທ່າ ຮ້ອງໄຫ້ ຂຶ້ນ ໃນ ທັນທີ ທັນໃດ ນັ້ນໂລດ ນາງ ກັ່ອງກັ່ອຍ ກໍ ເກີດມີ ອາຣົມ ຮັກ ຮຸ່ນເເຮງ ເຖິງ ຂັ້ນ ເອົາ ມື ກອດຮັດ ບັກຊຽງ ໄວ້ ຢ່າງ ສົມໃຈ ກ່ອນ ຈາກໄປ ມັນ ຄື ຢາກບອກ ບັກຊຽງ ວ່າ ມັນ ໄດ້ ເຊື່ອງຊ້ອນ ສິ່ງໃດ ສິ່ງນຶ່ງ ໄວ້ ຢູ່ ໃນປ່າ ໃກ້ໆ ກັບ ຖຽງນາ ເເຫ່ງນີ້ ເເຕ່ ບັກຊຽງ ກໍ ບໍ່ຮູ້ ວ່າ ເເມ່ນຫຍັງ ກັນເເທ້ ? ບັກຊຽງ ສັງເກດ ໄດ້ ອີກວ່າ ມັນ ໄປໃສ ມາໃສ ກໍ ຖືກຕຣົງ ກັບ ເວລາ ເເຕ່ ວ່າ ມັນ ເວົ້າ ທາງ ປີ້ນ ເຊັ່ນ ວ່າ ທ່ຽງຄືນ ກໍເເມ່ນ ຕອນທ່ຽງ ຂອງ ກາງວັນ ນອກຈາກນັ້ນອີກ ກໍ ຄື ກ່ອນ ມັນ ຈະ ກັບເຂົ້າມາ ຖຽງນາ ມັນ ຈະ ຕ້ອງ ໃຊ້ສຽງ ຮ້ອງ ບອກເຕືອນ ໃຫ້ ບັກຊຽງ ໄດ້ຮູ້ ໄດ້ຍິນ ມັນກ່ອນ ບັກຊຽງ ເຂົ້າໃຈ ໄດ້ວ່າ ໂລກຜີ ກັບ ໂລກຄົນ ມັນ ບໍ່ຄືກັນ ນາງ ຜີ ກັ່ອງກັ່ອຍ ມີ ນິດສັຍໃຈຄໍ ມັກ ຄວບຄຸມ ມັກຄຸມເຊີງ ມັກຫວງ ເເລະ ເຮັດເເຕ່ ທາງປີ້ນ ຄື ເວົ້າຫນ້າໄປຫລັງ ເວົ້າຫລັງໄປຫນ້າ

ຂຸດຂຸມ ເເບບ ເອົາຕາຍເອົາເປັນ ຄິດເປັນຕາຍ ຄິດຕາຍເປັນ
ພໍເມື່ອ ນາງ ຜີ ກັ່ອງກັ່ອຍ ໄດ້ຈາກໄປ ບັກຊຽງ ກໍ ເລີ້ມ ລົງມື ຂຸດຂຸມ ຢູ່ ກ້ອງ ຕະລ່າງ ສອງ ຂຸມ ຕິດຕໍ່ກັນ ເເຜນການ ຂອງ ບັກຊຽງ ກໍ ເເມ່ນ ຂຸດຂຸມ ໃຫ້ ພໍດີ ໂຕ ເເລະ ໃຫ້ ສາມາດ ຫາຍໃຈ ໄດ້ ບັກຊຽງ ເຂົ້າໃຈ ດີ ວ່າ ມີ ວິທີດຽວ ທີ່ ຈະ ຫນີ ຈາກ ນາງ ຜີ ກັ່ອງກັ່ອຍ ໂຕນີ້ ໄດ້ ເເມ່ນ ຕ້ອງ ທໍາທ່າ ວ່າ ມັນຕາຍເເລ້ວ ຢູ່ ໃນ ຂຸມນີ້ ກ່ອນ ນາງ ກັ່ອງກັ່ອຍ ຈະ ກັບມາຮອດ ຖຽງນາ ອັນນີ້ ກໍ ຄື ຍຸທວິທີ ຄິດເປັນຕາຍ ຄິດຕາຍເປັນ ຜີ ກັ່ອງກັ່ອຍ ປີ້ນ ຕີນເປັນ ປ່ຽນ ເວລາເປັນ ບັກຊຽງ ມັນ ກໍ ຕ້ອງ ປິ້ນຕົວ ຕາຍ ເເບບຜີ ກັ່ອງກັ່ອຍ ເປັນ ຄືກັນ ຄືວ່າ ບັກຊຽງ ຕ້ອງ ເອົາຫົວ ສຸບລົງຂຸມ ເເລ້ວ ປິ່ນກົ້ນ ເງີງຂຶ້ນ ພໍ ໃຫ້ເເຕ່ ພົ້ນ ຫວິດ ປາກຂຸມ ພໍດີ ບັກຊຽງ ຮູ້ວ່າ ຜີ ກັ່ອງກັ່ອຍ ຢ້ານ ເເລະ ບໍ່ ມັກ ກິ່ນ ຂອງ ຜັກບົ່ວ ຜັກທຽມ ຫຍ້າຄາ ເເລະ ເຄືອຕົດຫມາ ມັນ ກໍ ຕ້ອງ ຊອກ ເຮັດເເນວ ຜີ ກັ່ອງກັ່ອຍ ບໍ່ ມັກ ມັນ ຕ້ອງ ຊອກຫາ ວິທີທາງ ຕົດ ໃຫ້ ໄດ້ ຫລາຍເທື່ອ ເເລະ ໃຫ້ ເຫມັນ ປານ ໄຂ່ເນົ່າ ເເລ້ວ ຕ້ອງ ໄປ ຊອກເອົາ ເຄືອຕົດຫມາ ຫລື ເຄືອຕົດເຫມັນ ທີ່ ມີ ບໍ່ອຶດ ບໍ່ຢາກ ຢູ່ ຕາມບ້ານຕາມຊ່ອງ ຢູ່ ເມືອງລາວ ມາ ຮຸກ ເພີjມເຕີມໃສ່ ອີກ ເພື່ອ ໃຫ້ມັນ ເຫມັນ ປານຂີ້ເເຫລວໆ ເເທ້ໆ ເພາະວ່າ ບັກຊຽງ ຮູ້ ດີວ່າ ຜີ ກັ່ອງກັ່ອຍ ຮູ້ ເເລະ ມັກ ກິ່ນ ປາເຫມັນ ເນົ່າເປື່ອຍ ໄດ້ດີ ທີ່ສຸດ ເເຕ່ ບໍ່ ສູ້ທົນທານ ຄວາມເຫມັນ ຂອງ ເຄືອຕົດຫມາ ນັ້ນ ໄດ້ດົນ ຄື ຄົນເຮົາ

ສອງວັນ ໄດ້ຜ່ານພົ້ນໄປ ນາງ ຜີ ກັ່ອງກັ່ອຍ ກໍ ຍັງ ບໍ່ ທັນກັບມາ ເມື່ອ ຮອດ ມື້ ທີ ສາມ ກ່ອນ ທ່ຽງ ບັກຊຽງ ກໍ ຕຣຽມຊ້ອມ ຈົນວ່າ ໄນ່ຕີນໄນ່ມື ຫ້າງຫາ ທຸກສິ່ງຢ່າງ ໄວ້ ຢ່າງຄັກເເນ່ ມັນ ເຮັດວຽກ ເເລ້ວ ໄດ້ ໄວທັນໃຈ ຢ່າງ ລະອຽດລະອໍ ທີ່ສຸດ ຄືດັ່ງ ວ່າ ຕົດ ກໍ ຍັງ ບໍ່ທັນເຫີຍ ບໍ່ທັນຈືດ ຊໍ້າ ວຽກ ຂອງ ບັກຊຽງ ນັ້ນ ກໍ ເເລ້ວ ກ່ອນ ເວລາ ພໍດີ ອີກພຽງ ບຶດດຽວ ບັກຊຽງ ກໍ ໄດ້ ຍິນ ສຽງຮ້ອງ ຂອງ ນາງ ຜີ ກັ່ອງກັ່ອຍ ຕາມ ທີ່ ໄດ້ ຄາດຫມາຍ ໄວ້ ລ່ວງຫນ້າ ບັກຊຽງ ເເກ້ສົ້ງ ເເກ້ເສື້ອ ອອກ ຫມົດຕົວ ເອົາ ເຄືອຕົດຫມາ ມາຍ່ອງ ເເລ້ວ ໂຍນມັນຖິ້ມ ລົງ ຂຸມ ເເລ້ວ ກໍ ເອົາຫົວ ດິກລົງ ຂຸມ ເເລະ ກອງກົ້ນ ຈູດປູດ ຂຶ້ນ ເທິງຟ້າ ພໍເມື່ອ ຜີ ກັ່ອງກັ່ອຍ ຮ້ອງ ສຸດລົງ ມັນ ກໍ ຍ່າງ ເຂົ້າມາ ຖຽງນາ ພໍ ມາຮອດ ມັນກໍ ເຫັນ ບັກຊຽງ ທີ່ ມັນ ເອີ້ນ ວ່າ ຜົວ ທີ່ຮັກ ຂອງມັນ ນັ້ນ ກອງກົ້ນຕາຍ ຢູ່ ໃນ ຂຸມ ເເບບ ຜີ ກັ່ອງກັ່ອຍ ຕາຍ ເມື່ອ ມັນ ຫຍັບ ເຂົ້າມາ ໃກ້ ບັກຊຽງ ກໍ ເລີ້ມຕົດ ຄ່ອຍໆ ຫລາຍເທື່ອຊ້ອນ ຈົນ ເຫມັນກຸ້ມ ຕົວ ຂອງ ມັນ ປານ ອາຍພິດ ເເບບ ໃຜ ກໍ ບໍ່ ຢາກ ເຂົ້າໄປໃກ້ ອີ່ ນາງ ຜີ ກັ່ອງກັ່ອຍ ບໍ່ ກ້າຫຍັບ ເຂົ້າໄປໃກ້ຫລາຍ ເພາະ ມັນ ມັກ ເຫມັນ ເເລະ ບໍ່ ມັກ ເຫມັນ ມັນເລີ້ມ ຮ້ອງໄຫ້ ຄວນຄາງ ໂສກເສົ້າ ພ້ອມທັງ ບອກ ໃຫ້ ບັກຊຽງ ພໍ ເຂົ້າໃຈ ມັນໄດ້ວ່າ ຜົວຮັກກູ ຕາຍເເລ້ວ ຜົວກູ ຈາກກູ ໄປເເລ້ວ ຜົວກູຕາຍ ກູ ກໍ ຈະ ໄປ ກັ້ນໃຈຕາຍ ຄືກັນ ເເຕ່ ກ່ອນ ຈະຕາຍ ກູ ຊິໄປ ເອົາ ເງິນເອົາຄໍາ ທີ່ ກູ ໄດ້ເຊື່ອງຊ້ອນ ໄວ້ ມາເເຕ່ ເຫິງນານ ນັ້ນ ນໍາເອົາ ມາທານ ທອດ ໃຫ້ ຜົວກູ ເເລ້ວ ກູ ກໍ ຈະ ໄດ້ໄປເກີດ ໄປຂານ ຢູ່ ບ່ອນ ທີ່ ດີ ມີ ສຸກ ຮ່ວມ ກັນກັບ ຜົວກູ ຊາດຫນ້າ ມູນມັງ ທັງຫມົດ ເຫລົ່ານີ້ ກໍ ໄດ້ມາ ດ້ວຍ ຄວາມບໍ່ຊື່ສັດ ສຸດຈະຣິດ ມູນ ສ່ວນໃຫຍ່ ນີ້ ເເມ່ນ ໄດ້ໄປລັກ ໄປປຸ້ນ ເອົານໍາ ຄົນລາວ ມັນ ດີເເລ້ວ ທີ່ ກູ ຈະ ໄດ້ສົ່ງຄືນ ໃຫ້ ເເກ່ ຄົນລາວ ບັກຊຽງຫມ້ຽງ ຟັງຢູ່ ຢ່າງ ມິດງຽບ ບໍ່ເຫນັງ ບໍ່ຕີງ ມັນ ເຮັດ ຄື ຄົນຕາຍເເທ້ ມັນ ຕົດ ຕໍ່ໄປ ບໍ່ຂາດສາຍ ໄດ້ ກໍ ເພາະວ່າ ມັນ ໄດ້ ໄປຊອກ ຫາກິນ ຫມາກຖົ່ວ ຫມາກ ກັນຖິນ ໃຫ້ ເບັງທ້ອງ ໄວ້ເເລ້ວ ລ່ວງຫນ້າ ບາງຄັ້ງ ມັນຕົດ ຫລາຍ ຈົນ ເກືອບ ຂີ້ອອກ ບາງຄາວ ມັນ ກໍ ຕ້ອງ ໄດ້ ທໍາທ່າ ຄື ບໍ່ ຫາຍໃຈອອກ ບໍ່ ຫາຍໃຈເຂົ້າ

ພໍ ກ່າວເເລ້ວ ນາງ ຜີ ກັ່ອງກັ່ອຍ ກໍ ຮີບຟ້າວ ໄປ ເອົາ ຊັບສິນ ອັນ ມີ ຄ່າ ປະມານ ສາມ ໄຫໄພໃຫຍ່ ມາກອງໄວ້ ໃກ້ໆ ກັບ ຕົວ ບັກຊຽງ ເເລ້ວ ກໍ ຮ້ອງໄຫ້ ສັ່ງລາ ຜົວຮັກ ຂອງມັນ ອີກ ເທື່ອນຶ່ງ ຫລັງຈາກນັ້ນ ນາງ ຜີ ກັ່ອງກັ່ອຍ ກໍ ຟ້າວ ຫລົບຫນີ ໄປ ກັ້ນໃຈຕາຍ ຢູ່ ໃນ ບ່ອນ ລີ້ຊ່ອນ ອັນ ເລິກລັບ ຂອງ ມັນ ນາງ ຜີ ກັ່ອງກັ່ອຍ ເຄີຍ ໄດ້ຍິນ ຊຽງຫມ້ຽງ ໄຫວ້ ພຣະ ເເລະ ຍັງ ຈື່ຈໍາ ຄໍາວ່າ ພຸດໂທ ນັ້ນ ໄດ້ດີ ເເມ່ນ ຄໍາວ່າ ພຸດໂທ ນີ້ ເອງ ທີ່ ທໍາໃຫ້ມັນ ຮູ້ເມື່ອຄີງ ວ່າ ມັນຕາຍ ໄປ ເປັນ ຜີ ກັ່ອງກັ່ອຍ ບໍ່ ໄດ້ເປັນ ຄົນເເກວ ເຝົ້າຍາມ ຂຸມ ສົມບັດ ຄື ປາງກ່ອນ ນັ້ນ ອິກຕໍ່ໄປເເລ້ວ ມັນຈື່ ຄໍາ ພຸດໂທ ໄດ້ ພຽງຄໍາດຽວ ມັນ ກໍ ຄິດ ໄດ້ ວ່າ ຢາກ ທໍາທານ ກ່ອນ ຈະຕາຍ

ຮູ້ຈັກ ໄດ້ ຮູ້ຈັກ ບຸນຄຸນ ຮູ້ຈັກ ທານ ຮູ້ຈັກ ອຸດທິດ
ເມື່ອໄດ້ ເວລາ ພໍສົມຄວນ ເເລ້ວ ບັກຊຽງ ກໍ ຮີບຟ້າວ ລຸກຂຶ້ນ ຟ້າວ ນຸ່ງສົ້ງ ນຸ່ງເສື້ອ ເເລ້ວ ຮີບ ເກັບທ້ອນ ເເລະ ຂົນເອົາ ເຄື່ອງຂອງ ອັນມີ ຄ່າ ເຫລົ່ານັ້ນ ຫນີໄປ ເກັບ ມ້ຽນໄວ້ ບ່ອນ ປອດພັຍ ຢູ່ ຫ່າງໄກ ຈາກ ຖຽງນາ ບ່ອນນັ້ນໄປ ເເລ້ວ ມັນ ກໍ ກັບຄືນ ມາຂົນ ເອົາເມືອ ໃຫມ່ ອີກ ຫລາຍຖ້ຽວ ເເບບ ລີ້ໆ ລັບໆ ເພື່ອ ບໍ່ ໃຫ້ ໃຜຮູ້ ເຫັນ ນໍາມັນ ບັກຊຽງ ຮູ້ຈັກ ຈົ່ມ ຄໍາອຸດທິດ ເພື່ອ ໃຫ້ ນາງ ຜີ ກັ່ອງກັ່ອຍ ພົ້ນຈາກ ໂທດ ຂອງ ເຈົ້າກັມນາຍເວນ ຂອງມັນ ເເລະ ເພື່ອ ຊ່ວຍຍູ້ສົ່ງ ໃຫ້ມັນ ໄດ້ ໄປເກີດ ໄປຂານ ເປັນ ມະນຸດ ບ່ອນ ທີ່ ຈະຊ່ວຍ ໃຫ້ ມີ ໂອກາດ ປະຕິບັດ ສິນ ສະມາທິ ເເລະ ປັນຍາ ເພື່ອ ກ້າວໄປສູ່ ການຕື່ນເບີກບານ ຜີ ກັ່ອງກັ່ອຍ ກໍ ເເມ່ນ ສັດ ທີ່ ມີ ຊີວິດ ກ່ອນ ມັນ ຈະຕາຍ ມັນ ກໍ ຍັງ ຮ້ອງ ສະເດີດ ຈື່ ບາບກັມ ທີ່ ມັນ ໄດ້ ສ້າງໄວ້ ເເຕ່ ເກົ່າກ່ອນ ມັນ ຮູ້ເມື່ອຄີງ ຕັ້ງ ສະຕິ ໄດ້ ມັນ ຍັງ ຮູ້ຈັກ ຄິດຫາ ຄໍາ ວ່າ ທານ ເພື່ອ ສ້າງ ບຸນກຸສົນ ນັ້ນຢູ່ ຊຽງຫມ້ຽງ ຖືວ່າ ເເມ່ນ ກັມຮ່ວມ ທີ່ ໄດ້ ມາ ພົບພໍ້ ນາງ ຜີ ກັ່ອງກັ່ອຍ ຊຽງຫມ້ຽງ ຄິດເອົາ ວ່າ ການ ທີ່ ໄດ້ ມີ ໂອກາດ ໄດ້ມາ ໄຫວ້ ພຣະ ພາວະນາ ຕໍ່ຫນ້າ ນາງ ຜີ ກັ່ອງກັ່ອຍ ນັ້ນ ກໍ ຄ້າຍຄື ວ່າ ເເມ່ນ ການເພື່ອເເຜ່ ເມດຕາຈິດ ໃຫ້ ເເກ່ ສັດ ທີ່ ມີ ຊີວິດ ມີ ວິນຍານ ຕົວນຶ່ງ ທີ່ ຍັງ ຕົກທຸກ ໄດ້ຍາກ ຢູ່ ໃນ ຊັ້ນຕໍ່າ ຂອງ ໂລກ ສົງສານ ເງິນຄໍາ ດໍາເເກ້ວ ເຫລົ່ານັ້ນ ສ່ວນໃຫຍ່ ກໍ ເເມ່ນ ພວກ ຣຸກຣານ ເເກວ ໄດ້ໄປ ປຸ້ນລັກ ເອົາມາ ຈາກ ເມືອງລາວ ເເລະ ມີ ສ່ວນນ້ອຍ ເເມ່ນ ມາ ຈາກ ເມືອງ ຂເມນ ໃນນັ້ນ ກໍ ມີ ເຄື່ອງ ວັດຖຸ ໂບຮານ ເງິນ ຮາງ ເງິນກີບເກົ່າ ເງິນອັດ ເງິນຫຣຽນຄໍາ ຂັນເງິນ ສ້ອຍເງິນ ສ້ອຍຄໍາ ກະໂຈມຄໍາ ສາຍເເອວຄໍາ ທອງນາກ ເເກ້ວນິນຈິນດາ ພອຍ ດໍາ ພິລາ ພິທູນ ຈາກ ບໍ່ເເກ້ວ ຫ້ວຍຊາຍ ເເລະ ຮູບປັ້ນ ຮູບຄວດ ທໍາດ້ວຍໄມ້ ເເລະ ເງິນ ຄໍາ ອັນເກົ່າເເກ່ ອີກຫລາຍຢ່າງ! ຊຽງຫມ້ຽງ ໄດ້ເເຈກຢາຍ ເຄື່ອງຂອງ ອັນມີຄ່າ ເຫລົ່ານັ້ນ ໃຫ້ ເເກ່ ຄົນລາວ ຜູ້ ທີ່ ມີ ຖານະ ຂາດເຂີນ ທຸກຈົນ ເເລະ ສ່ວນເຫລືອ ກໍ ໄດ້ ນໍາເອົາ ໄປສ້າງສາ ບ້ານເມືອງ ເເລະ ໄດ້ທໍາບຸນ ທານທອດ ຕໍ່ໄປ

ເມື່ອ ໄດ້ຍິນ ໄດ້ເຫັນ ວ່າ ບັກຊຽງ ກັບຄືນ ຮອດ ບ້ານ ດ້ວຍ ຄວາມປອດພັຍ ໄທບ້ານ ໄທເມືອງ ກໍ ພາກັນ ດີອົກ ດີໃຈ ຫມົດ ທຸກຜູ້ທຸກຄົນ ໃຜໆ ກໍ ພາກັນ ເວົ້າ ວ່າ ບັກຊຽງຫມ້ຽງ ມັນ ມີ ປັນຍາ ສູ້ ເອົາ ຊນະ ຜີ ກັ່ອງກັ່ອຍ ກໍ ຍັງໄດ້ ມີ ພວກ ປາກໂຜ່ ຊໍ້າພັດ ຕື່ມ ຄໍາເວົ້າ ຊໍ້າເຂົ້າໄປ ອີກວ່າ ນາງ ຜີ ກັ່ອງກັ່ອຍ ຍອມຮັບ ເອົາ ບັກຊຽງ ເປັນຜົວ ເເລ້ວ ກ່ອນ ຕາຍ ມັນ ຍັງ ເອົາມູນ ເອົາມັງ ໃຫ້ ບັກຊຽງ ຢ່າງ ຫລວງຫລາຍ ດຽວ ນີ້ ບັກຊຽງ ມັນ ຮັ່ງມີ ທັງ ສະຕິປັນຍາ ເເລະ ທັງ ຊັບສົມບັດ ຫລາຍກວ່າ ພຍາ ບ້າອໍານາດ ຜີ ກັກກິນ ອໍານາດ ຜູ້ດຽວ ອີກ ດ້ວຍຊໍ້າ ຜີ ກັ່ອງກັ່ອຍ ເເລະ ພຍາ ຜະເດັດການ ໃນ ສມັຍ ນັ້ນ ກໍ ບໍ່ ເເຕກຕ່າງ ຫຍັງ ກັບ ພວກ ຜະເດັດການ ໃນ ສມັຍນີ້ ພວກ ຜີ ຜະເດັດການ ມັນ ເວົ້າ ເເບບ ເອົາຕີນ ຂຶ້ນຟ້າ ໄດ້ ຄື ກັນກັບ ຜີ ກັ່ອງກັ່ອຍ

ເສນາຫມາກຂີ້ກາ ເເກວ ເເລະ ຄວາມໂລບມາກ ມັກລາບຫາຍ
ເມື່ອ ພຍາ ໄດ້ຍິນ ດັ່ງນັ້ນ ກໍ ບອກໃຫ້ ພວກເສນາ ໄປ ເອີ້ນ ບັກຊຽງຫມ້ຽງ ມາຫາ ເເລ້ວ ກໍ ໄດ້ສອບຖາມ ມັນ ຢ່າງ ລະອຽດລະອໍ ວ່າ ມັນ ເຮັດ ວິທີໃດ ຈຶ່ງ ເອົາ ຊນະ ເເລະ ໄດ້ມູນ ຜີ ກັ່ອງກັ່ອຍ ມາ ຢ່າງ ຫລວງຫລາຍ? ບັກຊຽງ ໄດ້ ບອກ ວິທີການ ເເລະ ເລ້ລ່ຽມ ຕ່າງໆ ໃຫ້ ເເກ່ ພຍາ ເເລະ ພວກ ເສນາຫມາກຂີ້ກາ ຢ່າງບໍ່ປິດອໍາ ຄວາມລັບ ທີ່ ມັນຮູ້ ນັ້ນ ຢ່າງໃດເລີຍ ເເລ້ວ ຕໍ່ມາ ພຍາ ກໍ ໄດ້ສົ່ງ ທີ່ ປຶກສາ ເເກວ ຜູ້ ກ້າຫານ ຜູ້ນຶ່ງ ໄປ ຊອກຫາ ຄວາມລໍ້າລວຍ ເພື່ອ ຕົນເອງ ເເລະ ພວກສົມຮູ້ຮ່ວມຄິດ ຄໍາສັ່ງ ຂອງ ພຍາ ຜູ້ ຢູ່ ເຫນືອ ອໍານາດ ກໍ ເເມ່ນ ຕ້ອງ ໃຫ້ ເສນາ ຜູ້ນັ້ນ ຂົນເອົາ ເງິນທອງ ຂອງ ຜີ ກັ່ອງກັ່ອຍ ມາໃຫ້ໄດ້ ຫລາຍ ລື່ນ ບັກ ຊຽງຫມ້ຽງ ໃນ ເບື້ອງຕົ້ນ ຜູ້ ອາສາສມັກ ຄົນນັ້ນ ກໍ ໄດ້ເລີ້ມ ປະຕິບັດ ຫນ້າທີ່ ຕາມ ເເຜນການ ໄດ້ດີ ທີ່ສຸດ ຄື ເເບບດຽວກັນ ກັບ ຊຽງຫມ້ຽງ ສເນ ນາງ ຜີ ກັ່ອງກັ່ອຍ ເຮັດໃຫ້ ເສນາ ເເກວ ຜູ້ນັ້ນ ຕິດໃຈ ເເລະ ຫລົງໄຫລ ຈົນ ລືມຕົວ ໄປນໍາ ຣົດຊາດ ກາມມະຣົມ ເເຕ່ ພໍເມື່ອ ຮອດມື້ ທີ ສາມ ຫາ ທີ ສີ່ ຜີ ກັ່ອງກັ່ອຍ ໂຕນີ້ ກໍ ຄືກັບ ໂຕກ່ອນ ມັນ ໄດ້ ຮ້ອງໄຫ້ ໂສກເສົ້າ ຮ້ອງ ຄວນຄາງ ຄືກັນ ວ່າ ຜົວ ມັນຕາຍ ມັນ ບອກ ວ່າ ຈະ ໄປເອົາ ຊັບສົມບັດ ມາກອງ ໄວ້ ທາງຂ້າງ ຂອງ ຜົວມັນ ເເຕ່ ກ່ອນ ຜີ ກັ່ອງກັ່ອຍ ຈະ ຈາກໄປ ເສນາຫມາກຂີ້ກາ ເເກວ ຫົວຂອດ ຄົນນັ້ນ ທີ່ ປາກ ພາສາ ລາວ ບໍ່ຂອດ ບໍ່ເເຈ້ງ ບໍ່ຂາວ ຢູ່ເເລ້ວ ກໍ ເລີຍ ຊໍ້າພັດ ເອີ້ນສັ່ງ ຕື່ມໄປ ອີກ ວ່າ ອີ່ ຜີ ກັ່ອງກັ່ອຍ ເອີຍ ! ໃຫ້ ມຶງ ເອົາ ເງິນຄໍາ ມາ ໃຫ້ ກູ ຫລາຍໆ ເດີ ພວກກູ ເເລະ ຄນະ ຂອງ ພວກກູ ມີ ຫລາຍຄົນ ຈໍາຕ້ອງ ໄດ້ ເເບ່ງປັນກັນ ເປັນ ຫລາຍພູດ ກູ ຊິ ຢູ່ ລໍຖ້າ ມຶງ ເດີ ຮີບຟ້າວ ໄປໄວມາໄວ ເເດ່

ເມື່ອ ຜີ ກັ່ອງກັ່ອຍ ໄດ້ຍິນ ດັ່ງນັ້ນ ມັນ ກໍ ທໍາທ່າ ຄື ວ່າ ດີໃຈ ມັນ ເລີ້ມ ຮ້ອງ ມີ ສຽງຮັກ ເກັ້ຽກ່ອມ ເເບບ ເເມງຫນ້າມ້າ ເເມງນໍ້າຝົນ ເເບບ ໂຕເເມ່ ທີ່ ກໍາລັງ ໃຫ້ ໂຕຜູ້ ຂຶ້ນເຊີງ ຫລັງຈາກນັ້ນ ກໍ ໄດ້ຍິນ ສຽງ ວ່າ ກັ່ອງກັ່ອຍ ກັ໊ກ ເເລ້ວ ຮ້ອງ ຂື້ນ ຢ່າງ ຫມົດເເຮງ ວ່າ ກູກິນ ຕັບໄຕໄສ້ພຸງ ຂອງ ມຶງ ຫມົດເເລ້ວ ໃຫ້ ມຶງ ຕາຍສະ ເພາະ ມຶງ ຫລອກລວງ ກູ ຕົວະຕົ້ມ ກູ ເເລະ ຢາກໃຫ້ ກູ ຫລົງເຊື່ອ ມຶງ ຫລິ້ນຊື່ໆ ຈັ່ງເເມ່ນ ມືງ ມີ ຫລາຍປາກ ຫລາຍລີ້ນ ເອົາສາກະດໍ້ ເເດວພໍ່ ເເດວເເມ່ ມັນນິ ກູຊິໃຫ້ ມຶງຕາຍ ຄາຮູ ກູນິ

ກິນເຂົ້າຜີ ໃຫ້ ຈົກຄໍຮາກ ຄ້ຽວຫມາກຜີ ໃຫ້ ຈົກຄໍຄາຍ
ເມື່ອ ໄທບ້ານ ໄດ້ຍິນ ການຊ່າລື ວ່າ ທີ່ ປຶກສາ ເເກວ ຂອງ ພຍາ ໄດ້ ຖືກ ນາງ ຜີ ກັ່ອງກັ່ອຍ ກິນໄສ້ ເເລ້ວ ພວກເຂົາ ກໍ ພາກັນ ດີໃຈ ເເລະ ພາກັນ ເວົ້າວ່າ ນາງ ຜີ ກັ່ອງກັ່ອຍ ເເກວ ກິນ ຕັບໄຕໄສ້ພຸງ ຂອງ ພວກເເກວ ມັນເອງ ເເກວກິນເເກວ ລາວເຮົາ ຈຶ່ງ ຈະ ບໍ່ ເສັຽເເນວ ເຂົ້າປູກ ເເດວເເມ່ ມັນນິ ອັນນີ້ ກໍ ເເມ່ນ ການປະຕິບັດ ໄປ ຕາມ ຄໍາວ່າ “ຫລາຍ ຜີ ເເກມໄກ່” ເເທ້ໆ ມັນ ເເກມ ເເທ້ໆ ຮອດ ຕັບໄຕໄສ້ພຸງ ຂອງ ເສນາຫມາກຂີ້ກາ ເເກວ ບັກນັ້ນ ອີກ ພວກ ທີ່ ຢູ່ ໃກ້ຊິດ ກັບ ບັກຊຽງ ພາກັນ ກ່າວວ່າ ເເກວ ກໍ ຍັງ ບໍ່ ຮູ້ ຜີເເກວ ບັກ ຊຽງຫມ້ຽງ ມັນ ຮູ້ ຮອດ ຄວາມລັບ ຂອງລັບ ຮູລັບ ຜົມຍາວ ນໍ້າໄຫລ ໃຈອ່ອນ ກະດູກດໍາ ຮູ້ຮອດ ລາຍຕີນ ລາຍມື ລາຍກົ້ນ ລາຍກອຍ ຮູ້ຮອດ ຫມາກກະດອງໃຈ ຫົວນົມ ຫົວອົກ ຫົວໃຈ ຫົວເນົ່າ ບ່ອນເກົາ ໃຫ້ຄັນ ຂອງ ຜີ ກັ່ອງກັ່ອຍ ເເກວ ອັນນີ້ ເເລ ລາວເຮົາ ຈຶ່ງ ກ່າວ ເປັນ ຄໍາ ສຸພາສິດລາວ ໄວ້ ຢ່າງດີ ວ່າ “ໂລບມາກ ມັກລາບ ຫາຍ” ບັກຊຽງ ມັນຮູ້ ທໍາທ່າ ຕາຍ ຄາຂຸມ ເເຕ່ ບັກ ເສນາ ຫມາກຂີ້ກາ ເເກວ “ຕຣິນ” ມັນຕາຍ ອີ່ຫລີ ອີ່ຫລໍ ຄາຮູ ກາມ ຂອງ ນາງ ຜີກັ່ອງກັ່ອຍ ເເກວເປັນ ຕາຍ ຄາຮູ ເເກວຕາຍ ລາວ ກະ ບໍ່ ເສັຽ ເເເນວ ເຂົ້າປູກ

ເຄື່ອງ ທີ່ ໄດ້ ມາ ລັກເອົາມາ ປຸ້ນເອົາມາ ເຖິງ ຈະ ມີ ຢູ່ ໃນ ກໍາມື ຖືວ່າ ເປັນມູນ ຂອງຕົນ ມັນ ກໍ ບໍ່ ຖາວອນ ເເລະ ບໍ່ ພາໃຫ້ ເກີດ ມີ ຄວາມສຸກໃຈ ໄດ້ ໄທບ້ານ ໄທເມືອງ ໄດ້ ຈັດ ພາບາສີ ສູດຂັວນ ໃຫ້ ຊຽງຫມ້ຽງ ສຽງ ຫມໍພອນ ຮຽກຂວັນ ດັງ ມ່ວນ ກ້ອງ ມ່ວນ ອອນຊອນ ປານ ສຽງສວັນ ກັງຕິກ (Quantique ) ວ່າ ມາເດີ ຂວັນເອີຍ! ສຽງ ໃຫ້ພອນ ທີ່ ໄດ້ຍິນ ຫລາຍ ເເລະ ສອດຄ່ອງ ກັບ ສະພາບການນີ້ ກໍ ເເມ່ນ “ກິນເຂົ້າຜີ ໃຫ້ ຈົກຄໍຮາກ ຄ້ຽວຫມາກຜີ ໃຫ້ ຈົກຄໍຄາຍ” ໄດ້ຍິນ ສຽງ ໄທບ້ານ ພວກ ທີ່ ມັກ ເວົ້ານົວຫົວມ່ວນ ສອຍ ເພີ່ມເຕີມ ອີກວ່າ “ນອນນໍາ ຜີ ຍັກວາຍ ໃຫ້ ມັນ ເເບນຫງາຍ ເເບນຂ້ວມ ນໍ້າຖ້ວມ ເເລ້ວ ເຊົາພາຍເຮືອ ເຊົາຂຶ້ນຂີ່ເຮືອ ນອນນໍາຜີ ຢ່າເຫັນຫນ້າຮ້າຍ ບາຍ ຂອງຜີ ດີ ຢ່າຕິດ ບໍ່ດີ ກໍ ຢ່າຕິດ ໃຫ້ ຮູ້ມິດ ຈີ່ລີ່ ຮູ້ງຽບ ຈີ່ລີ່ ປານຈຸfຈີ່ ຟັງທັມ !”

ຣັດທິ ຜີ ຜະເດັດການ ກໍ ເປັນ ຜີ ຮ້າຍກາດ ກວ່າ ຜີ ກັ່ອງກັ່ອຍ
ສ່ວນຕົວ ບັກຊຽງ ເເລ້ວ ມັນ ຢູ່ນໍາ ຜີ ກັ່ອງກັ່ອຍ ເເຕ່ ມັນ ເຫັນເເຈ້ງ ເຫັນ ຄວາມຈິງ ເເທ້ ຄື ມັນຢູ່ ຄື ບໍ່ຢູ່ ມັນໄດ້ ນອນນໍາ ຄື ບໍ່ໄດ້ນອນນໍາ ມັນກິນ ຄື ບໍ່ໄດ້ກິນ ມັນຕິດ ຄື ບໍ່ໄດ້ຕິດ ມັນເຫັນ ຄື ບໍ່ໄດ້ເຫັນ ມັນຢູ່ ຄຽງຂ້າງ ເປັນຄູ່ ຄວບ ຄື ບໍ່ໄດ້ ຢູ່ ຄວບໂຄມ

ມັນ ຮູ້ຈັກ ໃຊ້ ປັນຍາ ຈັບບາຍ ເເລະ ເບິ່ງ ເເບບ ບໍ່ຕິດມັດ ຜູກພັນ ເເຕ່ ປະການໃດ ເລີຍ ນາງ ຜີ ກັ່ອງກັ່ອຍ ກໍ ຄື ເປັນ ພຽງ ນາງ ມາຍາ ທີ່ ມາ ລໍ້ລອງ ຕາຂອງມັນ ເເລະ ຈິດ ທີ່ ມົວຫມອງ ຫລາຍທີ່ສຸດ ຈິດ ບໍ່ ມີ ສິນຫ້າ ຈິດ ປະຕິບັດ ກົງກັນຂ້າມ ກັບ ສິນຫ້າ ຈິດສ້າງ ເເຕ່ ຄວາມຮ້າຍ ກໍ ເປັນ ຈິດ ຖືກ ຜີ ສິງ ຈິດ ເປັນ ນາງ ຜີ ກັ່ອງກັ່ອຍ ມີ ຈິດເເຈ້ງ ເຫລື້ອມໃສ ຢູ່ ນໍາຕົນເອງ ກໍ ຄື ມີ ເມັຽເເກ້ວ ເມັຽຂວັນ ຢູ່ ນໍາຕົນ ນອນນໍາ ນາງ ຜີ ກັ່ອງກັ່ອຍ ທີ່ ມີ ຄວາມຮັກ ເເບບຜີ ບໍ່ ລອບ ທໍາຮ້າຍ ບໍ່ ກິນຕັບ ກິນໄຕ ບັກຊຽງ ກໍ ຍັງ ດີ ກວ່າ ເມັຽຜີ ທີ່ ເປັນຜີ ເເທ້ ເເລະ ບໍ່ ເປັນ ຜີເເທ້ ເສນາເເກວ ຂອງ ພຍາ ທີ່ ມັກຄວບຄຸມ ມັກ ກໍາ ອໍານາດ ເເຕ່ ຜູ້ດຽວ ຖືກ ນາງ ຜີ ກັ່ອງກັ່ອຍ ໂຕ ໃຫມ່ ຮ້ອງ ກັ່ອງກັ່ອຍ ກັ໊ກ ກິນ ຈົນຕາຍ ກໍ ຍ້ອນ ວ່າ ໂຕເອງ ກໍ ມີ ຄວາມຄິດ ຈິດໃຈ ຮ້າຍກາດ ກວ່າ ຜີ ກັ່ອງກັ່ອຍ

ຜູ້ນໍາ ທີ່ ປົກຄອງບ້ານ ປົກຄອງເມືອງ ເເບບ ມີ ຣັດທິ ຜີ ຜະເດັດການ ກໍ ເປັນ ຜີ ຮ້າຍກາດ ກວ່າ ຜີ ກັ່ອງກັ່ອຍ ຜູ້ນໍາ ກຸ່ມນີ້ ເເຫ່ງ ຮ້ອງ ກັ່ອງກັ່ອຍ ກັ໊ກ ຊອກກິນ ປະຊາຊົນ ຊອກກິນ ມູນມໍຣະດົກຊາດ ຫລາຍ ໂກດເທົ້າ ລື່ນ ຜີ ກັ່ອງກັ່ອຍ ທີ່ ຊອກລັກ ກິນປາ ຕາມ ທັມມະຊາດ ຂອງມັນ ມີ ພວກ ໄທບ້ານ ເຂົາ ພາກັນ ເວົ້າ ວ່າ ເເກວ ເຊື້ອສາຍ “ຕຣິນ” ຕາຍເປັນ ຜີ ກັ່ອງກັ່ອຍ ກໍ ຍັງ ໄປ ຊອກ ລັກ ກິນປາ ຂອງ ຄົນລາວ ນັ້ນຢູ່

ຄໍາມ້ວນທ້າຍ

ນາງ ມາຍາ ຫນ້າ ຮ້າຍ ນາງ ມາຍາ ຫນ້າ ມີຣາສີ ຜຸດຜ່ອງ

ຊຽງຫມ້ຽງ ໄປ ຜະຈົນພັຍ ໃຊ້ ປັນຍາ ຢູ່ ຖຽງນາ ກັບ ນາງ ຜີກັ່ອງກັ່ອຍ ຫ່າງໄກ ຈາກ ຊີວິດ ຢູ່ ຕາມ ບ້ານຊ່ອງ ຫ່າງໄກ ຈາກ ໃນເມືອງ ກໍ ຄື ກັນກັບ ວ່າ ມັນ ໄດ້ໄປ ຈໍາສິນ ສະມາທິ ຢູ່ ໃນ ປ່າເຫວ ໃກ້ ປ່າດົງ ພົງໄພ ຕາມເເບບຢ່າງ ຂອງ ພຣະ ກັມມະຖານ ນາງ ຜີ ກັ່ອງກັ່ອຍ ກໍ ຄື ປ່າຊ້າ ເປັນ ຕາຢ້ານ ໃນ ຈິດໃຈ ທີ່ ມົວຫມອງ ຫລື ຈິດໃຈ ມີ ມາຍາ ຫນ້າຮ້າຍ ບໍ່ ບໍຣິສຸດ ມາຄວບຄຸມ ເເຕ່ ສໍາລັບ ຊຽງຫມ້ຽງ ເເລ້ວ ເເມ່ນ ໄດ້ ໄປ ປະຕິບັດ ສິນ ສະມາທິ ປັນຍາ ໂຜດສັດ ຕັດຊີວິດ ເເຜ່ ເມດຕາຈິດ ໃຫ້ ເເກ່ ນາງ ຜີ ກັ່ອງກັ່ອຍ ໄປນໍາ ຈົນວ່າ ນາງ ກັ່ອງກັ່ອຍ ຈື່ ຄໍາວ່າ ພຸດໂທ ນັ້ນໄດ້ ກ່ອນ ຈະໄປ ກັ້ນໃຈຕາຍ

ຊຽງຫມ້ຽງ ຕັ້ງໃຈ ປາຖນາ ປົດປ່ອຍ ນາງ ຜີ ກັ່ອງກັ່ອຍ ໃຫ້ ໄດ້ ພົ້ນຈາກ ຄວາມທຸກ ຫລື ຄຸກ ທີ່ ມີ ມາຍາ ຫນ້າຮ້າຍ ຄວບຄຸມ ຢູ່ ຊັ້ນ ທີສາມ ຂອງ ກາມມະໂລກາ ຊຽງຫມ້ຽງ ໄດ້ໄຫວ້ວອນ ສົ່ງ ໃຫ້ມັນ ເຕັ້ນຂ້າມຊັ້ນ ຜ່ານກາຍ ຊັ້ນ ທີສີ່ ຂອງ ສັດເດັຽຣະສານ ໃຫ້ ຂຶ້ນໄປຮອດ ໄປເຖິງ ຊັ້ນ ທີ ຫ້າ ຫລື ຊັ້ນ ມະນຸດສາ ທີ່ ມັນ ເຄີຍ ໄດ້ ຢູ່ເເລ້ວ ໃນ ຊາດກ່ອນ ກັມດີ ນໍາພາ ດວງຈິດ ເເລະ ວິນຍານ ໃຫ້ ໄດ້ໄປສູ່ ຊັ້ນສູງ ຕັ້ງເເຕ່ ຊັ້ນ ທີ ຫ້າ ໄປຫາ ຊັ້ນ ສາມສິບເອັດ ຊັ້ນ ສໍາຄັນສຸດ ເເມ່ນ ຊັ້ນ ທີຫ້າ ເພາະ ເເມ່ນຢູ່ ຊັ້ນນີ້ເອງ ທີ່ ມະນຸດ ສາມາດ ປະຕິບັດ ສິນ ສະມາທິ ປັນຍາ ເພື່ອ ກ້າວໄປສູ່ ການຕື່ນເບີກບານ ພຣະ ພຸທອົງ ຕັສຣູ້ ຢູ່ ຊັ້ນ ທີຫ້າ ນີ້ເອງ ຊຽງຫມ້ຽງ ຖື ເອົາ ການຜະຈົນພັຍ ຢູ່ ບ່ອນ ມີ ອັນຕຣາຍ ຄື ຢູ່ ເທິງ ປາຍຫອກ ເເລະ ປາຍດາບ ອັນ ເເຫລມຄົມ ນັ້ນ ເປັນ ບ່ອນ ປະຕິບັດ ສະມາທິ ບ່ອນ ທີ່ ນາງ ມາຍາ ຫນ້າຮ້າຍ ມາຍຫນ້າຮ້າຍອອກ ເເລ້ວ ກາຍເປັນ ຫນ້າດີ ມີ ຣາສີ ຜ່ອງໃສ ເພື່ອ ເເຜ່ ມະຫາກາຣູນາ ໃຫ້ ເເກ່ ທຸກຊີບຊີວິດ ທີ່ ມີ ວິນຍານ ເເລະ ບໍ່ມີ ວິນຍານ ເມື່ອ ມີ ຄວາມຮູ້ສຶກ ຮູ້ຈັກຮັບ ບໍ່ຕິ ບໍ່ຮິ ບໍ່ຕ້ານ ບໍ່ວ່າ ບໍ່ຕໍ່ຕ້ານ ( l’esprit non-duel) ຈຶ່ງ ຈະ ມອງເຫັນ ຄວາມຈິງ ສຸດຍອດ ເເຈ້ງ ( la vérité ultime) ດັ່ງນັ້ນ ດວງຈິດ ຂອງ ຊຽງຫມ້ຽງ ກໍ ເປີດໄຂກວ້າງ ເເລະ ຕື່ນເບີກບານ ອອກອີກ ກວ່າເກົ່າ ກວ້າງ ຄື ໂລກຈັກວານ ເປົ່າສວ່າງ ທີ່ ມີ ໃຈກາງ ເປັນ ມະຫາກະຣຸນາ ຫລື ໂລກຸດຕະຣະ ທີ່ ຢູ່ ເຫນືອ ໂລກສົງສານ

- ຂພຈ ມີ ຄວາມພາກພູມໃຈ ທີ່ ຍັງໄດ້ ມີ ໂອກາດ ກັບ ມາເລົ່າ ນິທານ ຊຽງຫມ້ຽງ ເເລະ ນາງ ຜີ ກັ່ອງກັ່ອຍ ນີ້ ອີກ ຄວາມຄິດ ຂອງ ສັງຂານ ເມື່ອ ຄາວ ຫນຸ່ມນ້ອຍ ໄດ້ກັບກ້ຽວ ຄືນມາ ຈຸຈອດ ຕໍ່ໃສ່ ກັບ ຄວາມຄິດ ຂອງ ສັງຂານ ຍ່າງ ເຂົ້າສູ່ ປັດສິມວັຍ ສາທຸ ສາທຸ ສາທຸ

ເມື່ອ ຂພຈ ຂີດຂຽນ ນິທານ ເຣຶ່ອງນີ້ ຜາກົດ ວ່າ ຈິດໃຈ ອາຣົມ ເເລະ ຄວາມຄຶດ ຂອງ ຂພຈ ໄດ້ ເດີນທາງ ເຂົ້າໄປ ໃນ ໂຕອີ່ຮຸ້ງ ທີ່ ເປັນທາງລັດ ( le principe de moindre action ou le trou de ver quantique ) ຕິດຕໍ່ກັນ ຣະຫວ່າງ ອະດີຕການ ເເລະ ປັດຈຸບັນ ຫມາຍເຖິງ ໂຕອີ່ຮຸ້ງ ທີ່ ມີ ປາກປະຕູ ເປັນ ທາງເຂົ້າ ໄປ ຫາ ຊີວິດ ປັດຈຸບັນ ເເລະ ປາກປະຕູ ເປັນ ທາງອອກ ໄປ ສູ່ ຄວາມຫລັງ ຫລື ຊີວິດ ໃນ ຄັ້ງ ຜ່ານມາ ຊຶ່ງ ດວງຈິດ ດຶກດໍາບັນ ອັນ ມິດງຽບ ເບົາ ບໍ່ຫນັກ ບໍ່ຕິດມັດ ຜູກພັນ ຄື ເຕັມເປົ່າ ເປົ່າເຕັມ ມີ ພລັງ ບໍ່ເຫັນ ດ້ວຍຕາເປົ່າ ເເລະ ທີ່ ຈື່ ມັນເອງໄດ້ ກໍ ສາມາດ ເເລ່ນໄປ ຊອກຫາ ຄວາມຊົງຈໍາ ໃນ ຄັ້ງ ອະດີຕການ ໄດ້ ຢ່າງ ວ່ອງໄວ ກວ່າ ເເສງ ເມັດຣັງສີ ກັງຕິກ (quantique) ທີ່ ບໍ່ເຫັນໄດ້ ດ້ວຍ ຕາເປົ່າ ທີ່ ວັດເເທກໄດ້ ທາງ ວິທຍາສາດ

ຈິດ ມີ ສະມາທິ ປັນຍາ ສງົບງຽບ ບໍ່ ຖືກລົບກວນ ນໍາ ເຫດການ ທາງ ພາຍນອກ ເເລະ ທາງ ພາຍໃນ ທີ່ ບໍ່ ມີ ຈິຣັງ ຢັ້ງຢືນເເທ້ ຫລື ບໍ່ທ່ຽງເເທ້ ໃນ ປັດຈຸບັນ ສາມາດ ຈະ ຮູ້ຈັກ ສັງເກດເຫັນ ເເລະ ເຂົ້າໃຈ ຊີວິດ ຢູ່ໃນ ອະດີດ ຜ່ານມາ ຫລື ຊີວິດ ການປະພຶດ ເເລະ ການກະທໍາ ຢູ່ ໃນ ອະດີດ ທີ່ ນໍາເອົາມາໃຊ້ ເປັນ ຄື ມໍຣະດົກ ຢູ່ ໃນ ຊີວິດ ປັດຈຸບັນ ນອກນັ້ນ ກໍ ຍັງ ສາມາດ ເບິ່ງອອກ ເຫັນເເຈ້ງໄດ້ ໃນ ຄວາມຄິດ ເເລະ ພາກປະຕິບັດ ທີ່ ສ້າງໄວ້ ເປັນມູນ ໃນ ຊາດນີ້ ທີ່ ຈະນໍາ ເອົາໄປໃຊ້ ໃນ ອະນາຄົດ ອັນ ໃກ້ໄກ ເເລະ ໃນ ຊາດຫນ້າ ເເລະ ອັນນີ້ ເເລ ທີ່ ເພິ່ນ ເວົ້າວ່າ ຈື່ບໍ່ຈື່ ນິທານເກົ່າ ບໍ່ທ່ຽງເເທ້ ທີ່ ເຄີຍໄດ້ ເລົ່າມາ ທີ່ ນໍາເອົາ ມາເລົ່າຄືນ ເເລະ ອາດຈະນໍາ ເອົາໄປ ເລົ່າ ຄືນໃຫມ່ ເເຕ່ ຈະຕ້ອງເເມ່ນ ການໃຊ້ ປັນຍາ ເລົ່າ ເເບບ ຕິດ ບໍ່ຕິດ ບໍ່ວ່າ ບໍ່ມີຕິດ ບໍ່ມັກ ຜູກພັນ ຫວງເອົາໄວ້ ຄື ເຄື່ອງດອງ ໃນ ດວງຈິດ

ຄໍາອຸດທິດ
ເພື່ອ ຄວາມມ່ວນຊື່ນ ຄວາມສຸກໃຈ ເເລະ ຄວາມຮູ້ເມື່ອໃຈ ຂອງ ທຸກຊີບຊີວິດ

ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ

http://laophaen.free.fr/Dico/spip.php?article42